ໃນວັນທີ 15 ພຶດສະພາ 2012 ບັນດາຂະແໜງການພາກລັດ, ພາກເອກະຊົນ ແລະ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມຂື້ນທີ່ນະຄອນຫຼວງວຽງຈັນ ເພື່ອພ້ອມກັນປຶກສາຫາລື ແລະ ຮັບຮອງເອົາບົດວິໄຈການເຊື່ອມໂຍງເຂົ້າສາກົນທາງດ້ານການຄ້າ ຂອງ ສປປ ລາວ ສະບັບປັບປຸງ ລວມທັງແຜນປະຕິບັດງານ ໃນການພັດທະນາການຄ້າ ແລະ ພາກເອກະຊົນ. ກອງປະຊຸມໄດ້ດຳເນີນໄປເປັນເວລາເຄິ່ງມື້ ເຊິ່ງຈັດໂດຍກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງມີຜູ້ເຂົ້າຮ່ວມປະມານ 200 ຄົນ ຈາກສູນກາງ, ຕາງໜ້າທ້ອງຖິ່ນ, ພາກເອກະຊົນ ແລະ ບັນດາຜູ້ໃຫ້ທຶນ.
ໃນຕອນເຊົ້າເວລາ 10:00 ໂມງ ຂອງວັນທີ 14 / 05 / 2012 ຢູ່ຫ້ອງການອຸດສາ ຫະກຳ ແລະ ການຄ້າ ເມືອງແບງ ໄດ້ມີພິທີມອບ - ຮັບ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງແບງຂຶ້ນຢ່າງເປັນທາງການໂດຍພາຍໃຕ້ເປັນປະທານຂອງ ທ່ານ ບຸນທັນ ວັນນະໃຈ ກຳມະການປະຈຳພັກແຂວງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ອຸດົມໄຊ
ໂດຍການປະຕິບັດງານຕາມພາລະບົດບາດຂອງຂະແໜງການຄ້າພາຍໃນ (ໜ່ວຍງານເຈົ້າໜ້າທີການຄ້າ) ແລະ ພາຍໃຕ້ການຊີ້ນຳຂອງຄະນະພະແນກອຸດສະຫະກຳ ແລະ ການຄ້າແຂວງອຸດົມໄຊ ໄດ້ລົງກວດກາ ສິນຄ້າໝົດອາຍຸການນໍາໃຊ້ຢູ່ບັນດາຕະຫຼາດ ແລະ ຫ້າງຮ້ານພາຍໃນເທດສະບານແຂວງ, ຊຶ່ງສາມາດ ກວດພົບ ແລະ ຍຶດສິນຄ້າໄດ້ຈຳນວນໜຶ່ງ ໂດຍສະເພາະແມ່ນສິນຄ້າບໍລິໂພກ.
ໃນວັນທີ 03-04 ພຶດສະພາ 2012 ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສຳເລັດ ການຈັດກອງປະຊຸມສຳມະນາ ເຜີຍແຜ່ແຜນຍຸດທະສາດ ການອໍານວຍຄວາມສະດວກ ທາງດ້ານການຄ້າ ຂອງ ສປປ ລາວ ໄລຍະປີ 2011-2015
ຂ່າວໃໝ່
...
ຈຳນວນຜູ້ເຂົ້າຊົມ: 281890
Download font Lao
ອົງການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດ ລ້ອມ
ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ
ການເຊື່ອມຕົວດ້ານເສດຖະກິດ ສາກົນ
ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ຖະໜົນໂພນໄຊ, ຕູ້ ປນ 4107 ນະຄອນຫຼວງວຽງຈັນ, ສປປລາວ ໂທ: 856-21 412009 ແຟກ: 856-21 412434, E-mail: moicpsi@yahoo.com
ອອກແບບໂດຍ: ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ 2004