| ສົ່ງເສີມຜະລິດຕະພັນລາວ ຜ່ານງານເທດສະການອາຫານລາວ. |
ງານເທດສະການອາຫານລາວ ແລະ ເຄື່ອງທີ່ລະນຶກປະຈຳປີ 2010ນີ້ ແມ່ນຈັດຂຶ້ນທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍມີການເຂົ້າຮ່ວມການສະແດງ ແລະ ຂາຍສິນຄ້າຫຼາຍທ້ອງຖີ່ນໃນລາວ. ເຊິ່ງລວມຫ້ອງວາງ ສະແດງ ແລະ ຂາຍທັງໝົດ 72 ຫ້ອງ. ທ່ານ ນາງຈັນເທົາ ປະຖັມມະວົງ, ປະທານສະມາຄົມນັກທຸລະກິດແມ່ຍິງລາວ ໄດ້ກ່າວໂອກາດເປິດງານໃນຄັ້ງນີ້ວ່າ: ຈຸດປະສົງຂອງການຈັດງານດັ່ງກ່າວ ກໍ່ເພື່ອເປັນການຊຸກຍູ້ສົ່ງເສີມເຊິ່ງກັນ ແລະ ກັນ ລະຫວ່າງຜູ້ຜະລິດສິນຄ້າກະສິກຳຂະແໜງທ່ອງທ່ຽວ ແລະ ການໂຮງແຮມ ພາຍໃຕ້ການເຂົ້າຮ່ວມຈາກຫຼາຍທ້ອງ
|
|
| ທຳລາຍສີນຄ້າກ່າຍແບບຄັ້ງໃຫ່ຍໃນລາວ ພ້ອມທັງບຸກຍຶດໂຮງງານເຖື່ອນໃນນະຄອນຫລວງວຽງຈັນ |
ກົມຊັບສິນທາງປັນຍາ,ມາດຕະຖານ ແລະ ວັດແທກປະຈຳສຳນັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮ່ວມກັບປະຊາຊົນນະຄອນຫລວງວຽງຈັນ, ກົມຕຳຫລວດເສດຖະກິດ, ກົມພາສີ, ກົມການຄ້າພາຍໃນ, ກົມນະໂຍ ບາຍການຕ່າງປະເທດ, ກົມອາຫານ ແລະ ຢາ, ສະພາອຸດສາຫະກຳການຄ້າ ແລະ ບໍລິສັດ ຢູນີນີເວີ ເຊິ່ງເປັນບໍລິ ສັດຮ້ອງຟ້ອງຍ້ອນສີນຄ້າຂອງຕົນຖືກກ່າຍແບບ ໄດ້ຈັດປະກາດທຳລາຍສີນຄ້າທີ່ປອມແປງຈຳນວນ 10 ລາຍການໃນ ທ້າຍອາທິດທີ່ຜ່ານມາໃນສະໂມສອນສຳນັກງານນາຍົກລັດຖະມົນຕີ.
|
|
| ກອງປະຊຸມລະດັບລັດຖະມົນຕີການຄ້າອາຊີ-ປາຊີຟິກຄັ້ງທີສາມ ທີ່ເຊອຸນ ສ ເກົາຫຼີ |

ກອງປະຊຸມລະດັບລັດຖະມົນຕີຄັ້ງທີສາມຂອງສັນຍາການຄ້າອາຊີປາຊີຟິກ (APTA) ໄດ້ຈັດຂຶ້ນທີ່ເຊອູນ, ສ ເກົາຫລີ ໃນວັນທີ 15 ມັງກອນ 2009 ໂດຍການເປັນປະທານຂອງ ທ່ານ Hur Kyung Wook ລັດຖະມົນຕີຊ່ວຍວ່າການຜູ້ທີໜຶ່ງຂອງກະຊວງຍຸດທະສາດ ແລະ ການເງິນ ແຫ່ງ ສ ເກົາຫລີ ແລະ ມີລັດຖະມົນຕີ ຫຼື ລັດຖະມົນຕີຊ່ວຍວ່າການຈາກຫ້າປະເທດ APTA ເຂົ້າຮ່ວມ ພ້ອມກັນນັ້ນ ຍັງມີທ່ານ Shigeru Mochida ຮອງເລຂາທິການໃຫຍ່ຂອງ ESCAP ເຂົ້າຮ່ວມກອງປະຊຸມດັ່ງກ່າວເຊັ່ນກັນ. ຫົກປະເທດສະມາຊິກ APTA ປະກອບມີສາມປະເທດທີ່ມີເສດຖະກິດໃຫຍ່ກວ່າໝູ່ໃນຂົງເຂດອາຊີຄື: ສປ ຈີນ, ອິນ ເດຍ ແລະ ສ ເກົາຫລີ, ແລະ ປະກອບມີອີກສາມປະເທດອາຊີເຊັ່ນ: ສປປ ລາວ, ບັງກລາເດັດ, ແລະ ສີລັງ ກາ. ສຳລັບ ສປປ ລາວ ແມ່ນ ທ່ານ ດຣ ນາມ ວິຍາເກດ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ.
|
|
| ການຄ້າຂອງລາວມີທ່າອ່ຽງຫຼຸດລົງໃນໜຶ່ງປີຜ່ານມາ. |
ໜຶ່ງປີຜ່ານມາການຄ້າຂາຍຕາມຊາຍແດນຂອງລາວມີທ່າອ່ຽງຫູຸດລົງ ເປັນຕົ້ນແມ່ນການຄ້າ ຂາຍຊາຍແດນລະຫວ່າງລາວ- ໄທ ໄດ້ຫຼຸດລົງ11, 7%, ລະຫວ່າງລາວ-ຫວຽດນາມໄດ້ຫຼຸດ ລົງ 13% ແລະ ລະຫວ່າງລາວ-ຈີນຫຼຸດລົງ2,4%. ອີງຕາມບົດລາຍງານກອງປະຊຸມເສດຖະ ກິດປະຈຳປີ 2009-2010 ຂອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ
|
|