ໜ້າທຳອິດ ຕິດຕໍ່ພວກເຮົາ English

ຂ່າວການຄ້າ

ແຈ້ງການຕໍ່ສື່ມວນຊົນ

ນັບຕັ້ງແຕ່ຕົ້ນປີ ມາຮອດປະຈຸບັນ 06/2006 ໄດ້ປັບລາຄານ້ຳມັນ 06 ຄັ້ງ ໃນນີ້ປັບ ຫລຸດລົງ 01 ຄັ້ງ. ແຕ່ການປັບຄັ້ງນີ້ເປັນການປັບຄັ້ງທີ່ 07. ເນື່ອງຈາກສະພາບລາຄານ້ຳມັນໂລກ ທີ່ໄດ້ຖີບໂຕສູງຂື້ນຢ່າງຕໍ່ເນື່ອງ ແລະ ຍັງຢູ່ໃນລະດັບສູງ ຊຶ່ງສະເລ່ຍໃນເດືອນ 05/2006 ລາຄາ ນ້ຳມັນດິບໃນຕະຫລາດໂລກ ປະມານ 70 ດອນລາ/ບາເລວ, ສຳລັບນ້ຳມັນຢູ່ໃນຕະຫລາດ ສິງ ກາໂປ ແອັດຊັງທຳມະດາ 86,19 ດອນລາ/ບາເລວ ແລະ ກະຊວນ 84,10 ດອນລາ/ບາເລວ.

      ເຫດຜົນທີ່ເຮັດໃຫ້ລາຄານ້ຳມັນຍັງຢູ່ໃນລະດັບສູງ ແລະ ມີທ່າອ່ຽງຂື້ນນັ້ນ ກໍຍັງແມ່ນວິກິດ ການສະພາບການເມືອງຢູ່ຕາເວັນອອກກາງຍັງມີຄວາມສັບສົນ ແລະ ມີຄວາມວິຕົກຕໍ່ສະພາບອາ ກາດ ຊຶ່ງໄດ້ມີການຄາດຄະເນຈຳນວນພາຍຸ ແລະ ຄວາມຮຸນແຮງຂອງພາຍຸເຮີລີເຄນ ບວກກັບ ການຮັກສາລະດັບປະລິມານການຜະລິດຂອງກຸ່ມໂອເປັກ ແລະ ການຊົມໃຊ້ນັບມ້ືຫລາຍຂື້ນ. ສະ ພາບເປັນເຊັ່ນນັ້ນ ເຖິງແມ່ນວ່າປະເທດເຮົາໄດ້ມີການປັບຂື້ນຫລາຍຄັ້ງກໍ່ຕາມ, ແຕ່ກໍເປັນພຽງການ ປັບຢູ່ໃນລະດັບບໍ່ໃຫ້ລາຄານ້ຳມັນກະໂດດແຮງໂພດ. ດັ່ງທີ່ຮູ້ກັນແລ້ວວ່າ ປະເທດເຮົາເປັນປະເທດ ນຳເຂົ້ານ້ຳມັນເຊື້ອໄຟຈາກຕ່າງປະເທດ 100% ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມ ທັງເປັນທຳແກ່ຜູ້ຊົມໃຊ້ ແລະ ຜູ້ດຳເນີນທຸລະກິດນຳເຂົ້ານຳ້ມັນເຊື້ອໄຟໃຫ້ສອດຄອງຕາມກົນໄກ ຕະຫລາດ ໂດຍມີການຄຸ້ມຄອງຈາກລັດຖະບານ ຈຶ່ງຈຳເປັນຕ້ອງໄດ້ປັບລາຄານ້ຳມັນຂື້ນຕື້ມອີກ ຄັ້ງນີ້.  ສະນັ້ນ ລັດຖະບານກໍ່ຄືກະຊວງການຄ້າ ຈຶ່ງໄດ້ປັບລາຄາຂື້ນຄື: ຈຸດນະຄອນຫລວງວຽງ ຈັນ ແອັດຊັງພິເສດປັບຂື້ນ 340 ກີບ/ລິດ ຈາກ 9.520 ກີບ/ລິດ ມາເປັນ 9.860 ກີບ/ລິດ, ອັດຊັງທຳມະດາປັບຂື້ນ 320 ກີບ/ລິດ ຈາກ 8.920 ກີບ/ລິດ ມາເປັນ 9.240 ກີບ/ລິດ ແລະ ກາຊວນປັບຂື້ນ 190 ກີບ/ລິດ ຈາກ 7.790 ກີບ/ລິດ ມາເປັນ 7.980 ກີບ/ລິດ ຊຶ່ງຈະເລີ້ມປະຕິ ບັດໃນວັນທີ 07/06/2006.

      ເຖິງຢ່າງໃດກໍ່ຕາມ ການປັບຄັ້ງນີ້ອາດຈະບໍ່ສູງຫລາຍ ແຕ່ນີ້ແມ່ນການຊ່ວຍແບກພາລະນຳ ກັນທັງພາກລັດ ແລະ ເອກະຊົນຜູ້ດຳເນີນທຸລະກິດນຳເຂົ້ານ້ຳມັນເຊື້ອໄຟ. ສະນັ້ນ ລັດຖະບານ ກໍ່ຄືກະຊວງການຄ້າ ຂໍຮຽກຮ້ອງມາຍັງທົ່ວປວງຊົນ ຈົ່ງພ້ອມກັນເຂົ້າໃຈ ແລະ ຮ່ວມມືຮ່ວມໃຈນຳ ກັນປະຫຍັດມັດທະຍັດ, ນຳໃຊ້ນ້ຳມັນເຊື້ອໄຟໃຫ້ເໝາະສົມ ແລະ ມີປະສິດຕິຜົນສູງສຸດ.

ລາຍລະອຽດດັ່ງນີ້:

                                               

                                              ຫົວໜ່ວຍ: ກີບ/ລິດ

ລ/ດ

ຈຸດຕ່າງໆ

   ນ້ຳມັນ

 ແອັດຊັງພິເສດ

    ນ້ຳມັນ

 ແອັດຊັງທຳມະດາ

 ນ້ຳມັນ

 ກາຊວນ

1

ນະຄອນຫລວງວຽງຈັນ

9 860

9 240

7 980

2

ແຂວງຄຳມ່ວນ

9 660

9 310

8 040

3

ແຂວງສະຫວັນນະເຂດ

9 660

9 290

8 020

4

ແຂວງຈຳປາສັກ

9 670

9 280

8 010

5

ແຂວງບໍ່ແກ້ວ

 

9 430

8 160

6

ແຂວງຊຽງຂວາງ

 

9 310

8 200

 

 

                               ແຈ້ງຂ່າວໂດຍ: ທ່ານ ສັນຕິສຸກ ວິໄລຈະເລີນ ຫົວໜ້າກົມການຄ້າພາຍໃນ


- ກັບຄືນ -

ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ຖະໜົນໂພນໄຊ, ຕູ້ ປນ 4107 ນະຄອນຫຼວງວຽງຈັນ, ສປປລາວ
ໂທ: 856-21 412009 ແຟກ: 856-21 412434, E-mail: citd@moic.gov.la

  ອອກແບບໂດຍ: ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ 2004