ໜ້າທຳອິດ ຕິດຕໍ່ພວກເຮົາ English

ຂ່າວການຄ້າ

ຫວຽດນາມປະສົບຜົນສຳເລັດໃນການແຂ່ງຂັນລາຄາຈຳໜ່າຍເຂົ້າ.

ຫວຽດນາມ​ຫາ​ກໍ່​ໄດ້​ເຊັນ​ສັນຍາ​ຂາຍ​ເຂົ້າ​ໃຫ້​ກັບປະ​ເທດ​ຟີ​ລີບ​ປິນ 300.000​ໂຕນ ​ໃນ​ວັນ​ທີ 3 ທັນວາ​ຜ່ານ​ມາ​ໃນ​ລາຄາ​ໂຕນ​ລະ​ເກືອບ 650​ໂດ​ລາ, ມີ​ກຳນົດ​ມອບ-ສົ່ງ​ລະຫວ່າງ​ເດືອນ​ກຸມພາ​ ຂອງ​ປີ 2010 ນີ້. ໜັງສືພິມ​ ​ໄຊ​ງອນ ຍາຍ​ຟົງ (Saigon  Gaia  Phong) ​​ລາຍ​ງານ​ໂດຍ​ໄດ້​ອ້າງ​ອີງ​ຕາມ​ການ​ເປິ​ດ​ເຜິ​ຍ ຂອງ​ບໍລິສັດວຽດນາມ​ ຟູ​ດ 2, ຜູ້​ສົ່ງອອກ​ຂະໜາດ​ໃຫຍ່​ອີກ​ບໍລິສັດ​ໜຶ່ງ​ ໃນ​ເຂດ​ທີ່​ຮາບ​ປາກ​ແມ່​ນ້ຳຂອງ.

    ຈົນ​ເຖິງປັດຈຸບັນ ຫວຽດນາມ​ໄດ້​ປະສົບ​ຜົນສຳ​ເລັດ ໃນການແຂ່ງຂັນທາງດ້ານ ລາຄາຈຳໜ່າຍເຂົ້າໃຫ້ ແກ່ປະເທດຟີລິບປິນລວມທັງໝົດ 750,000ໂຕນ, ມີແຜນ ການມອບ-ສົ່ງທັງໝົດປີນີ້.

   ນັບ​ເປັນ​ຂໍ້ມູນ​ຫຼ້າ​ສຸດ​ກ່ຽວ​ກັບ​ການຈຳໜ່າຍ​ເຂົ້າ​ໃຫ້​ແກ່​ປະ​ເທດ​ຟີ​ລິບ​ປິນ​ເຊິ່ງ​ເປັນ​ຜູ້ນຳ​ເຂົ້າ​​ເຂົ້າ​ຂະໜາດ​ໃຫຍ່ທີ່​ສຸດ​ຂອງ​ໂລກ. ຫຼັງ​ຈາກ​ການ​ແຂ່ງຂັນລາຄາ​ໃນ​ ວັນ​ທີ 4 ພຶດສະພາ ຜ່ານ​ມາ, ​ເຂົ້າ​ຫວຽດນາມ​ໄດ້​ກວາດ​ໄປ 150,000 ​ໂຕນ. ຜູ້​ສົ່ງ​ເຂົ້າ​ຈາກ​ປະ​ເທດ​ໄທ​ເຊິ່ງ​ເປັນ​ຜູ້​ສົ່ງ​ເຂົ້າ​ໄປ​ຂາຍ​ຕ່າງປະ​ເທດ​ຫຼາຍ​ທີ່​ສຸດ​ໃນ​ໂລກ​ ກໍ່​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ທາງ​ດ້ານ​ລາຄາ​ຄັ້ງ​ນີ້, ​ແຕ່​ບໍ່​ໄດ້​ຮັບ​ຜົນ​ຫຍັງ​ເລີຍ.

    ສະມາຄົມ​ອາຫານ​ຫວຽດນາມ​ໄດ້​ກ່າວ​​ໃນ​ໄລຍະ​ກ່ອນ​ໜ້າ​ນີ້​ ວ່າຕົນ​ພ້ອມ​ທີ່​ຈະ​ເຈລະ​ຈາ​ຂາຍ​ເຂົ້າ​ໃຫ້​ແກ່​ປະ​ເທດ​ຟີ​ລິບ​ປິ​ນອີກ 1,5 ​ລ້ານໂຕນໃນ​ປີ​ນີ້​ ທັນທີ​ທີ່​ການ​ແຂ່ງ​ຂັນ​ລາຄາ​ໃນ​ວັນ​ທີ 4 ພຶດສະພາ ປີ 2008 ຜ່ານ​ພົ້ນ​ໄປ​ໃນ​ປີ 2008. ຫວຽດນາມ​ໄດ້​ເຊັນ​ຈຳ​ໜ່າຍ​ເຂົ້າ​ໃຫ້​ປະ​ເທດ​ດັ່ງກ່າວ​ ຈຳນວນ 1,5 ລ້ານ​ໂຕນ​ຕັ້ງ​ແຕ່​ເດືອນ​ມີນາ, ຄິດ​ເປັນ85% ຂອງ​ປະລິມານ​ການ​ນຳ​ເຂົ້າ​ທັງ​ໝົດ1,775ລ້ານ​ໂຕນ​ໃນ​ປີຜ່ານມາ.

   ສະມາຄົມ​ອາຫານ​ຫວຽດ​ໄດ້​ກ່າວ​ວ່າ 11 ​ເດືອນ​ທຳ​ອິດ​ຂອງ​ປີຜ່ານ​ມາ, ຫວຽດນາມ​ໄດ້​ສົ່ງ​ອອກ​ເຂົ້າ​ທັງ​ໝົດ 5,6 ລ້ານ​ໂຕນ ​ແລະ​ໄດ້​ມອບ-​ສົ່ງ​ອີກ1,1ລ້ານ​ໂຕນ​ໃນ​ເດືອນ​ທັນວາ​ຜ່ານ​ມາ​ເຊິ່ງ​ເຮັດ​ໃຫ້​ເຂົ້າ​ທີ​ຖືກ​ສົ່ງ​ໄປປີ 2009 ມີ​ປະລິມານ​ລວມກັນ​ທັງ​ໝົດ6,7ລ້ານ​ໂຕນ. ​ເປັນ​ປະລິມານ​ຫຼວງ​ຫຼາຍ​ຢ່າງ​ເປັນ​ປະຫວັດ​ການ.

    ຫວຽດນາມ​ເປັນ​ປະ​ເທດ​ສົ່ງ​ເຂົ້າ​ໄປ​ຕ່າງປະ​ເທດ​ຂະໜາດ​ໃຫຍ່ ​ເປັນ​ອຳ​ດັບ 2 ຂອງ​ໂລກ ພ້ອມ​ຈະ​ເຈ ລະຈາ​ກັບປະ​ເທດ​ຟີ​ລິບ​ປິນ​ ເພື່ອ​ຈຳ​ໜ່າຍ​ເຂົ້າ​ອີກ1,5ລ້ານ​ໂຕນ​ສຳລັບ​ປີ​ນີ້. ອີງ​ຕາມ​ຕົວ​ເລກ​ຂອງ​ກະຊວງ​ກະສິກຳ​ ແລະ​ ພັດທະນາ​ຊົນນະບົດ, ພຽງ​ແຕ່​ເດືອນ​ຕຸລາ​ຜ່ານ​ມາ ເດືອນ​ດຽວ ຫວຽດນາມ​ໄດ້​ສົ່ງ​ເຂົ້າ​ອອກ​ເຖິງ 370,000​ໂຕນ​, ປີ​ຜ່ານ​ມາມີ​ພຽງ 29,000​ໂຕນ ​ແລະ​ ລາຍ​ຮັບ​ໄດ້​ເພີ່ມ​ຂຶ້ນ​​ເປັນ 140​ ລ້ານ​ໂດ​ລາ ຈາກ​ພຽງແຕ່ 14 ລ້ານ​ໂດ​ລາ  ຕະຫຼາດ​ຫຼັກ​ຂອງ​ເຂົ້າຫວຽດນາມ​ແມ່ນ​ປະ​ເທດ​ຟີ​ລິບ​ປິນ, ອິນ​ໂດ​ເນ​ເຊຍ, ກູ​ບາ ​ແລະ ອີ​ລັກ. ນອກຈາກ​ນັ້ນ​ຫວຽດນາມ​ຍັງ​ໄດ້​ສົ່ງ​ເຂົ້າ​ໄປ​ຍັງ​ອາ​ຟຣິກາ ​ແລະ ຕາ​ເວັນ​ອອກ​ກາງ ​ໃນ​ປະລິມານ​ທີ່​ເພີ່ມ​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ອີກ​ດ້ວຍ ​ເຊິ່ງ​ໃນ​ໄລຍະ 9 ​ເດືອນ​ຂອງ​ປີຜ່ານມາ, ​ໄດ້​ຂາຍ​ໃຫ້​ປະ​ເທດ​ໃນ​ທະວີບອາ​ຟຣິກາ​ເພີ່ມ​ຂຶ້ນ​ເຖິງ 98% ຫຼື 1,4 ລ້ານ​ໂຕນ ​ແລະ ​ເພີ່ມ 65% ສຳລັບ​ຕະຫຼາດ​ໃນ​ຕະຫຼາດ​ໃນ​ຕາ​ເວັນ​ອອກ​ກາງ​ເປັນ 250,000​ ໂຕນ.

           ໂດຍ: ພູ​ຄຳ

 


- ກັບຄືນ -

ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ຖະໜົນໂພນໄຊ, ຕູ້ ປນ 4107 ນະຄອນຫຼວງວຽງຈັນ, ສປປລາວ
ໂທ: 856-21 412009 ແຟກ: 856-21 412434, E-mail: moicpsi@yahoo.com

  ອອກແບບໂດຍ: ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ 2004