ໜ້າທຳອິດ ຕິດຕໍ່ພວກເຮົາ English

ຂ່າວການຄ້າ

ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຝຶກອົບຮົມວຽກງານ ສະຖິຕິອຸດສາຫະກຳປຸງແຕ່ງ ແລະ ການຄ້າພາຍໃນ (ຂາຍຍົກ - ຂາຍຍ່ອຍ)

 

ໃນວັນທີ 19 ມັງກອນ 2010 ທີ່ຫ້ອງປະຊຸມ​ໃຫຍ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເປີດການຝຶກອົບຮົມວຽກງານສະຖິຕິອຸດສາຫະກຳ​ປຸງ​ແຕ່ງ ​ແລະ ການ​ຄ້າ​ພາຍ​ໃນ (ຂາຍຍົກ - ຂາຍຍ່ອຍ). ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ບຸນມີ ມະນີວົງ, ຫົວໜ້າຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ. ເຂົ້າຮ່ວມການຝຶກອົບຮົມຄັ້ງນີ້ ມີບັນດາພະນັກງານຈາກບັນດາກົມ, ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ​ແຂວງ, ພະນັກງານວິຊາການຈາກກະຊວງອຸດສາຫະກຳ ແລະ ການຄ້າ ​ເຂົ້າຮ່ວມທັງໝົດ 57 ຄົນ.

 ຈຸດປະສົງຂອງການການຝຶກຄັ້ງນີ້ ແມ່ນເໜັ້ນໃສ່ການຍົກລະດັບຄວາມຮູ້ ທາງ​ດ້ານ​ທິດ​ສະ​ດີ ບົດຮຽນ ​ແລະ ຄວາມສາມາດຂອງພະນັກງານພາຍໃນກະຊວງອຸດສາຫະກຳ  ແລະ ການຄ້າ. ໂດຍໄດ້ເໜັ້ນໃຫ້ເຫັນເຖິງຄວາມ​ສຳຄັນຂອງ​ຍຸດ​ທະ​ສາດ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ປັບປຸງ​ສະຖິຕິຂອງ ສປປ ລາວ, ຮ່າງ​ກົດໝາຍວ່າ​ດ້ວຍ​ສະຖິຕິ, ຄວາມ​ຮູ້​ພື້ນຖານ​ສະຖິຕິ, ລະບົບ​ສະຖິຕິ​ໂຮງງານ ​ແລະ ການ​ຄ້າ​ພາຍ​ໃນ (ຂາຍຍົກ-ຂາຍຍ່ອຍ). ມີນັກ​ວິທະຍາກອນ​ໄດ້​ຮັບ​ເຊີນ​ຈາກ ຄະນະ​ເສດຖະສາດ ​ແລະ ບໍລິຫານ​ທຸລະ​ກິດ ມະຫາວິທະຍາ​ໄລ​ແຫ່ງ​ຊາດ,​ ກົມສະຖິຕິ ກະຊວງ​ແຜນການ ​ແລະ ການ​ລົງທຶນ, ຫ້ອງການ, ກົມ​ການ​ຄ້າ​ພານ​ໃນ ​ແລະ ​ກົມ​ອຸດສາຫະກຳ ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ.

ການຝຶກອົບຮົມວຽກງານສະຖິຕິ​ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ການ​ຄ້າ​ພາຍ​ໃນ (ຂາຍຍົກ - ຂາຍຍ່ອຍ) ຄັ້ງນີ້ ແມ່ນຈັດເປັນຄັ້ງທຳອິດຢູ່ໃນກະຊວງອຸດສາຫະກຳ ແລະ ການຄ້າ ຊຶ່ງຈະໄດ້ຈັດເປັນເວລາ 4 ວັນ ນັບແຕ່ວັນທີ່ 19-22 ມັງກອນ 2010 ບົດຮຽນທີ່​ບັນຍາຍ​ໃນການຝຶກອົບຮົມ ແມ່ນເປັນບົດຮຽນທີ່ຖອດຖອນຈາກປະ​ເທດຍີ່​ປຸນ ແລະ ຈາກບັນດາ​ແຂວງ​ ​ເພື່ອ​ປັບປຸງ​ໃຫ້​ວຽກສະຖິຕິອຸດສາຫະກຳ​ປຸງ​ແຕ່ງ ​ແລະ ການ​ຄ້າ​ພາຍ​ໃນ (ຂາຍຍົກ - ຂາຍຍ່ອຍ) ​ໃຫ້​ໄດ້​ຮັບໝາກຜົນ​ດີ​ຂຶ້ນ.

ໂດຍ: ທິລາວັນ


- ກັບຄືນ -

ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ຖະໜົນໂພນໄຊ, ຕູ້ ປນ 4107 ນະຄອນຫຼວງວຽງຈັນ, ສປປລາວ
ໂທ: 856-21 412009 ແຟກ: 856-21 412434, E-mail: moicpsi@yahoo.com

  ອອກແບບໂດຍ: ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ 2004