ໜ້າທຳອິດ ຕິດຕໍ່ພວກເຮົາ English

ຂ່າວການຄ້າ

ການຄ້າລາວອາດ ຂາດດຸນການຄ້າ 275 ລ້ານກ່ວາໂດລາສະຫະລັດໃນສົກປີຜ່ານມາ

ການຄ້າລາວໃນສົກປີຜ່ານມາບໍ່ເປັນໄປຕາມເປົ້າທີ່ຫວັງເມື່ອການສົ່ງອອກສີນຄ້າທັງ ໝົດມີມູນຄ່າຫລຸດລົງ 23,23% ຂະນະທີ່ການນໍາເຂົ້າພັດມີມູນຄ່າເພີ່ມຂື້ນຈາກແຜນການ 21,75% ສົ່ງຜົນເຮັດໃຫ້ການຄ້າລາວອາດຂາດດຸນເຖິງ 275,31 ລ້ານໂດລາສະຫະລັດ ຍ້ອນ ບັນຫາວິກິດການການເງີນໂລກໄດ້ແຜງລິດໄປທົ່ວໂລກ ໂດຍສະເພາະປະເທດ ທີ່ເປັນຄູ່ຄ້າ ຂອງລາວ, ເຮັດໃຫ້ຄວາມຫວັງ ຈະເຮັດໃຫ້ເກີນດຸນການຄ້າຂອງລາວໄກອອກ ໄປອີກ.

      ທ່ານ ດຣ. ນາມ ວິຍະເກດ, ລັດຖະມົນຕີວ່າການກະຊວງອຸດສາຫະການ-ການຄ້າ ຂອງລາວເປິດເຜີຍວ່າ: ມູນຄ່າການສົງອອກໃນສົກ 2008-2009 ຄາດວ່າປະຕິບັດໄດ້ພຽງແຕ່ 73,22% ຫລືປະມານ 957,37 ໂດລາສະຫະລັດ, ແຕ່ມູນຄ່າການສົ່ງອອກໃນສົກປີ 2007-2008 ທັງຫມົດແມ່ນ 973,75 ລ້ານໂດລາສະຫະລັດ ເຊິ່ງສູງກ່ວາຕົວເລກການສົ່ງອອກສົກປີ 2008-2009 ເຮັດໃຫ້ການສົ່ງອອກທັງຫມົດໃນສົກປີ 2008-2009 ຜ່ານມາຄາດ ວ່າຈະຫລຸດລົງ 23,23%ເນຶ່ອງຈາກສະພາບວິກິດການການເງີນໂລກໄດ້ສົ່ງຜົນກະທົບ ຕໍ່ປະເທດ ຄູ່ຄ້າຂອງລາວໂດຍສະເພາະລາຄາສີນຄ້າໃນຕະຫລາດໂລກຫລາຍປະເພດຕົກຕໍ່າລົງ ຈິ່ງເຮັດໃຫ້ ປະເທດຄູ່ຄ້າຂອງລາວຫລຸດຜ່ອນກໍາລັງການຊື້ລົງ. ໃນຂະນະດຽວກັນ ມູນຄ່າການນໍາເຂົ້າ ຄາດວ່າຈະສູງຂຶ້ນກ່ວາແຜນການ 21,75% ຫລືປະມານ 1.233,75ລ້ານໂດລາສະຫະລັດ ເຊິ່ງສູງກ່ວາສົກປີ 2007-2008 ເຖິງ 4,13%.

    ການຂາດດຸນການຄ້າຂອງລາວໃນສົກປີ 2007-2008 ຖືວ່າໃນລະດັບຕໍ່າ 28,13 ລ້ານໂດລາສະຫະລັດ ສ່ວນສົກປີ 2008-2009 ຕາມແຜນການແມ່ນຈະເຮັດໃຫ້ຕົວເລກ ຂາດດຸນຫນ້ອຍກ່ວາສົກປີ 2007-2008 ແຕ່ຜັດກົງກັນຂ້າມ ໃນເມື່ອມູນຄ່າການສົ່ງອອກ ຫລຸດລົງ ແຕ່ມູນຄ່າການນໍາເຂົ້າ ພັດເພີ່ມຂຶ້ນ ສົ່ງຜົນເຮັດໃຫ້ການຄ້າຂອງລາວ ຂາດດຸນ ເພີ່ມສູງຂຶ້ນ ແຕ່ຂະແຫນງການຄ້າກໍ່ມີຄວາມຫວັງຈະເຮັດໃຫ້ເກີນດຸນການຄ້າ ໃນບໍ່ພໍເທົ່າໃດ ປີຂ້າງຫນ້ານີ້.

  ສໍາລັບສົກປີ 2009-2010 ການຄ້າລາວຫວັງມີບາດກ້າວທີ່ດີຂຶ້ນໃນເມື່ອລາຄາສີນ ຄ້າໃນຕະຫລາດໂລກຫລາຍຢ່າງກໍາລັງເຫນັງຕີງຂຶ້ນໂດຍສະເພາະລາຄາຄໍາ, ລາຄາທອງ ແລະ ລາຄາສີນຄ້າປະເພດກະສິກໍາກໍ່ມີທ່າທີ່ດີຂຶ້ນເຊັ່ນ: ລາຄາສາລີ, ກາເຟ ນອກຈາກນີ ລາຄາສີນຄ້າ ອຸດສາຫະກໍາປຸງແຕ່ງ, ເຄື່ອງເຟີນີເຈີ ກໍ່ເຫັນວ່າມີລາຄາເພີ່ມຂຶ້ນເຊັ່ນດຽວກັນໂດຍຄາດວ່າ ມູນຄ່າການສົ່ງອອກຈະເພີ່ມຂຶ້ນສູງເຖິງ 1.064,09 ລ້ານໂດລາສະຫະລັດ ແລະ ມູນຄ່າການນໍາ ເຂົ້າກໍ່ຈະໃຫ້ຫລຸດລົງ ຫວັງເຮັດໃຫ້ຕົວເລກຂາດດຸນໃນສົກປີນີ້ ຫລຸດລົງຈາກທີ່ຜ່ານມາ ຢ່າງແນ່ນອນ.

ເຖິງຢ່າງໃດກໍ່ຕາມເພື່ອບັນລຸໄດ້ຄາດຫມາຍດັ່ງກ່ວາ ລັດຖະບານກໍຄືກະຊວງອຸດສາ ຫະກໍາ-ການຄ້າ ກໍ່ໄດ້ມີການປະສານສົມທົບກັບກະຊວງ ແລະ ຂະແຫນງ ທີ່ກ່ຽວຂ້ອງ ເພີ່ມທະວີ ຊຸກຍູ້ສົ່ງເສີມ ສ້າງຜະລິດຕະພັນເພື່ອສົ່ງອອກ ໃຫ້ຫລາຍຂຶ້ນ ໂດຍສະເພາະຜະລິດ ຕະພັນອຸດສາຫະກໍາປຸງແຕ່ງສົ່ງອອກໃຫ້ໄດ້ 434,23 ຕື້ກີບ ແລະ ສີນຄ້າກະສີກໍາ, ສີນຄ້າຫັດ ຖະກໍາ ໃນຂະນະດຽວກັນກໍ່ສ້າງແຜນຮັບ ກັບສະພາບວິກິດການການເງີນໂລກ, ໄພທໍາມະຊາດ ແລະ ອື່ນໆທີ່ຈະເກີດຂຶ້ນ ແລະ ສືບຕໍ່ພົວພັນການຮ່ວມມືກັບຕ່າງປະເທດໃນຂະແຫນງການ ລົງທືນ, ການຄ້າ ແລະ ບໍລິການເພື່ອສົ່ງເສີມການສົ່ງອອກ ເຮັດໃຫ້ ສີນຄ້າສົ່ງອອກຂອງລາວ ມີມູນຄ່າສູງຂຶ້ນໃນແຕ່ລະປີ.

ໂດຍ ທິລາວັນ                                   ຈາກ ເສດຖະກິດ-ສັງຄົມ


- ກັບຄືນ -

ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ຖະໜົນໂພນໄຊ, ຕູ້ ປນ 4107 ນະຄອນຫຼວງວຽງຈັນ, ສປປລາວ
ໂທ: 856-21 412009 ແຟກ: 856-21 412434, E-mail: moicpsi@yahoo.com

  ອອກແບບໂດຍ: ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ 2004