ການຄ້າຂອງລາວມີທ່າອ່ຽງຫຼຸດລົງໃນໜຶ່ງປີຜ່ານມາ.
ໜຶ່ງປີຜ່ານມາການຄ້າຂາຍຕາມຊາຍແດນຂອງລາວມີທ່າອ່ຽງຫຼຸດລົງ ເປັນຕົ້ນແມ່ນ ການຄ້າຂາຍຊາຍແດນລະຫວ່າງລາວ- ໄທ ໄດ້ຫຼຸດລົງ11, 7%,ລະ ຫວ່າງລາວ -ຫວຽດນາມໄດ້ຫຼຸດລົງ 13% ແລະ ລະຫວ່າງລາວ-ຈີນຫຼຸດລົງ2,4%. ອີງຕາມ ບົດລາຍງານກອງປະຊຸມເສດຖະ ກິດປະຈຳປີ 2009-2010 ຂອງປະທານສະພາ ການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເຫັນວ່າ: ມູນຄ່າການຄ້າຊາຍແດນ ລະຫວ່າງ ສປປ ລາວ ກັບບັນດາປະເທດເພື່ອນບ້ານ ໄດ້ຕົກຕ່ຳລົງຍ້ອນການ ປ່ຽນແປງຂອງເສດຖະກິດໂລກ ເສດຖະກິດພາກພື້ນ ແລະ ການປ່ຽນແປງເສດຖະ ກິດນະໂຍບາຍ ດ້ານເສດຖະກິດໃໝ່ຂອງບາງປະເທດເພື່ອນບ້ານ.
ສະພາການຄ້າຊາຍແດນລາວ-ໄທ ໃນປີ 2009 ຜ່ານມາ ມີມູນຄ້າ103 ຕື້ ກ່ວາບາດ, ຫຼຸດລົງຈາກປີ 2008 ທີ່ມູນຄ່າ120 ຕື້ກ່ວາບາດ ເນື່ອງມາຈາກກະ ຊວງພານິດການຄ້າຂອງໄທໄດ້ອອກລະບຽບການຄອບຄຸມສິນຄ້ານຳເຂົ້າດ້ານກະສິ ກຳປ່າໄມ້ຄືນໃໝ່.
ສຳລັບການຄ້າຊາຍແດນລະຫວ່າງລາວ-ຫວຽດນາມ ໃນປີ 2009 ໄດ້ຫຼຸດ ລົງກ່ວາປີ 2008 ທີ່ມີມູນຄ້າ 460ລ້ານໂດລາ, ແຕ່ເຖິງຢ່າງໃດກໍ່ຕາມ ລັດຖະ ບານຂອງສອງປະເທດກໍ່ ຈະພະຍາຍາມເພີ່ມມູນຄ່າການຄ້າຊາຍແດນໃຫ້ສູງຂຶ້ນ ເຖິງ 1 ຕື້ໂດລາໃນປີ 2010 ນີ້.
ສ່ວນການຄ້າຂາຍຊາຍແດນລາວ-ຈີນ ໂດຍສະເພາະແມ່ນການຄ້າຂາຍລະ ຫວ່າງບບັນ ດາແຂວງພາກເໜືອຂອງລາວແລະແຂວງຢູນນານຂອງ ສປຈີນ ໃນໄລຍະ6 ເດືອນຕົ້ນປີ 2009 ຜ່ານມາໄດ້ຫຼຸດລົງກ່ວາໄລຍະດຽວກັນຂອງປີ2008 ທີ່ມີມູນຄ່າ 21,83ລ້ານໂດລາ.
ໄປຄຽງຄູ່ກັນນີ້, ການສົ່ງອອກຂອງລາວໃນໄລຍະ6 ເດືອນທ້າຍສົກງົບປະ ມານ 2008-2009 ທີ່ມີມູນຄ່າ 422ລ້ານໂດລາ ໄດ້ຫຼຸດລົງ40% ຖ້າສົມທຽບ ໃສ່ໃນໄລຍະດຽວກັນຂອງ ສົກງົບປະມານ 2007-2009 ອີງຕາມບົດລາຍງານ ປະຈຳປີຂອງກະຊວງອຸດສາຫະກຳ ແລະ ການຄ້າ ເຫັນວ່າ: ການສົ່ງອອກໄດ້ຫຼຸດ ລົງຫຼາຍ ຍ້ອນສປປ ລາວ ໄດ້ຮັບຜົນກະທົບຈາກວິກິດການທາງດ້ານການເງິນ ໂລກ.
ໂດຍ: ພູຄຳ