ໜ້າທຳອິດ ຕິດຕໍ່ພວກເຮົາ English

ຂ່າວການຄ້າ

ທຳລາຍສີນຄ້າກ່າຍແບບຄັ້ງໃຫ່ຍໃນລາວ ພ້ອມທັງບຸກຍຶດໂຮງງານເຖື່ອນໃນນະຄອນຫລວງວຽງຈັນ

    ກົມຊັບສິນທາງປັນຍາ,ມາດຕະຖານ ແລະ ວັດແທກປະຈຳສຳນັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮ່ວມກັບປະຊາຊົນນະຄອນຫລວງວຽງຈັນ, ກົມຕຳຫລວດເສດຖະກິດ, ກົມພາສີ, ກົມການຄ້າພາຍໃນ, ກົມນະໂຍບາຍການຕ່າງປະເທດ, ກົມອາຫານ ແລະ ຢາ, ສະພາອຸດສາຫະກຳການຄ້າ ແລະ ບໍລິສັດ ຢູນີນີເວີ ເຊິ່ງເປັນບໍລິ ສັດຮ້ອງຟ້ອງຍ້ອນສີນຄ້າ ຂອງຕົນຖືກກ່າຍແບບ ໄດ້ຈັດປະກາດທຳລາຍສີນຄ້າທີ່ປອມແປງຈຳນວນ 10 ລາຍການໃນ ທ້າຍອາທິດທີ່ຜ່ານມາໃນສະໂມສອນສຳນັກງານນາຍົກລັດຖະມົນຕີ.

    ແຫ່ລງຂ່າວແຈ້ງວ່າ: ກ່ອນໜ້ານີ້ເຈົ້າໜ້າທີ່ຕຳຫລວດເສດຖະກິດ ແລະ ພາກສ່ວນທີ່ກ່ຽວ ຂ້ອງ ໄດ້ບຸກເຂົ້າໄປຍຶດກິດຈະການແຫລ່ງຜະລິດສີນຄ້າປອມແປງທີ່ຕັ້ງເປັນໂຮງງານຢູ່ບ້ານວັງ ຊາຍ, ເມື່ອງໄຊເສດຖາ ນະຄອນຫລວງວຽງຈັນ ແລະ ໄດ້ຍືດໂຮງງານພ້ອມດ້ວຍເຄື່ອງຈັກ ແລະ ພາຫານະການຜະລິດອື້ນໆ ຈຳນວນໜື່ງ. ພ້ອມດ້ວຍໄດ້ຍຶດດຳເນີນ ຄະດີເຈົ້າຂອງໂຮງ ງານທີ່ເປັນຄົນຕ່າງດ້າວຕາມລະບຽບກົດໝາຍຂອງບ້ານເມື່ອງ.

      ສີນຄ້າທີ່ກ່າຍແບບເຫລົ່ານີ້ ສ່ວນຫລາຍເປັນຜະລິດຕະພັນປະເພດເຄື່ອງສຳອ່າງ, ຜະ ລິດຕະພັນປຸງແຕ່ງອາຫານ ແລະ ສານເຄມີທີ່ມີອັນຕະລາຍຕໍ່ສຸຂະພາບ ສີນຄ້າທັງໝົດຖືກ ກວດເຫັນວ່າ: ເປັນສີນຄ້າທີ່ລະເມີດກົດລະບຽບທາງການຄ້າ. ຫລົບຫລີກພາສີ-ອາກອນ, ສາ ທາລະນະສຸກ, ຊັບສີນ ທາງປັນຍາ ແລະ ລະບຽບການຂອງສານ. ການ ທຳລາຍສີນຄ້າເຖື່ອນ ຄັ້ງນີ້ຖືວ່າເປັນຄັ້ງຍິ່ງໃຫ່ຍທີ່ສຸດເພາະວ່າມີສີນຄ້າຫລາຍຊະນິດ ແລະ ມີຫລາຍລາຍການເຊິ່ງມີ ມູນຄ່າລວມຫລາຍຮ້ອຍລ້ານກິບ.

      ທ່ານ ບູນທ່ຽງ ຫົວໜ້າຝ່າຍການຕະຫລາດຂອງບໍລິສັດ ຍູນີລິເວີ.ໄດ້ກ່າວວ່າ: ກ່ອນ ໜ້ານີ້ສີນຄ້າປອມມີການ ແຜ່ລະບາດຢ່າງຫລວງຫລາຍຕາມທ້ອງຕະຫລາດໃນເຂດຕົວເມືອງ ແລະ ເຂດຊານເມືອງ ເຊິ່ງເຮັດໃຫ້ຜູ້ຊົມໃຊ້ຈຳນວນບໍ່ໜ້ອຍ ໄດ້ຮັບຜົນກະທົບອັນໄດ້ເປັນການ ສົ່ງຜົນບໍ່ດີຕໍ່ທາງດ້ານຄວາມເຊື່ອໝັ້ນຕໍ່ຜູ້ຜະລິດ-ຈຳໜ່າຍສີນຄ້າຕົວຈິງ.

     ເຖີ່ງຢ່າງໃດກໍ່ຕາມ ທ່ານ ບູນທ່ຽງ ໄດ້ໃຫ້ຄວາມເຫັນອິກວ່າ: ການທຳລາຍຂະບວນ ການຜະລິດສິນຄ້າປອມ ແປງຂະໜາດໃຫ່ຍໃນຄັ້ງນີ້ ອາດຈະເຮັດໃຫ້ສີນຄ້າປອມ ຫລື ສີນ ຄ້າກ່າຍແບບລຸດໜ້ອຍຖອຍລົງຕາມທ້ອງຕະຫລາດ, ແຕ່ບໍ່ອາດຢືນຢັນໄດ້ວ່າຈະບໍ່ມີສີນຄ້າ ປອມແປງຢູ່ຕາມທ້ອງຕະຫລາດເນື່ອງຈາກວ່າ ປັດຈຸບັນ ເຕັກໂລຊີ ມີຄວາມກ້າວໜ້າຈິ່ງເຮັດ ໃຫ້ການກ່າຍແບບມີຄວາມສະດວກສະບາຍຫລາຍຂື້ນ ແລະ ສີນຄ້າກ່າຍແບບກໍ່ມີລັກສະນະ ຄ້າຍຄືຂອງຈີ່ງຫລາຍທີ່ສຸດ.

     ໂດຍ: ພູຄຳ. 


- ກັບຄືນ -

ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ຖະໜົນໂພນໄຊ, ຕູ້ ປນ 4107 ນະຄອນຫຼວງວຽງຈັນ, ສປປລາວ
ໂທ: 856-21 412009 ແຟກ: 856-21 412434, E-mail: moicpsi@yahoo.com

  ອອກແບບໂດຍ: ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ 2004