ສົ່ງເສີມຜະລິດຕະພັນລາວ ຜ່ານງານເທດສະການອາຫານລາວ.
ງານເທດສະການອາຫານລາວ ແລະ ເຄື່ອງທີ່ລະນຶກປະຈຳປີ 2010 ນີ້ ແມ່ນຈັດຂຶ້ນທີ່ຫໍວັດ ທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍມີການເຂົ້າຮ່ວມການສະແດງ ແລະ ຂາຍສິນ ຄ້າຫຼາຍທ້ອງຖີ່ນໃນລາວ. ເຊິ່ງລວມຫ້ອງວາງ ສະແດງ ແລະ ຂາຍທັງໝົດ 72 ຫ້ອງ. ທ່ານ ນາງຈັນເທົາ ປະຖັມມະວົງ, ປະທານສະມາຄົມນັກທຸລະກິດແມ່ຍິງລາວ ໄດ້ກ່າວໂອກາດເປິດ ງານໃນຄັ້ງນີ້ວ່າ: ຈຸດປະສົງຂອງການຈັດງານດັ່ງກ່າວ ກໍ່ເພື່ອເປັນການຊຸກຍູ້ສົ່ງເສີມເຊິ່ງກັນ ແລະ ກັນ ລະຫວ່າງຜູ້ຜະລິດສິນຄ້າກະສິກຳຂະແໜງທ່ອງທ່ຽວ ແລະ ການໂຮງແຮມພາຍໃຕ້ ການເຂົ້າຮ່ວມຈາກຫຼາຍທ້ອງຖີ່ນໃນລາວກໍ່ຄືຕ່າງປະເທດ ນອກຈາກນັ້ນ ທ່ານ ນາງ ສີໃສ ລືເດດມູນສອນ, ປະທານສູນກາງສະຫະພັນແມ່ຍິງລາວ ກໍ່ໄດ້ກ່າວເນືອງໃນໂອກາດນີ້ວ່າ: ສຳລັບງານເທດສະການອາຫານລາວປີນີ້ ແມ່ນຈັດຂຶ້ນເປັນຄັ້ງທີ4 ໂດຍເລີ່ມຕົ້ນມາ ແຕ່ປີ 2006 ເຊິ່ງບັນດາຜະລິດຕະພັນທີ່ນຳມາສະແດງ ລ້ວນແຕ່ແມ່ນຜະລິດຕະພັນທີ່ເກິດມາຈາກ ສະຕິບັນຍາສີໄມ້ລາຍມືອັນປະນິດຂອງແມ່ຍິງລາວບັນດາເຜົ່າຈາກນະຄອນຫຼວງວຽງຈັນກໍ່ຄື ແຂວງຕ່າງໆໃນຂອບເຂດທົ່ວປະເທດ.
ສຳລັບງານເທດສະການອາຫານລາວໃນປີນີ້ ມີຫຼາຍຜະລິດຕະພັນທີ່ນຳມາວາງສະແດງ ແລະ ຂາຍ ໃນນັ້ນລວມ ທັງອາຫານທ້ອງຖີ່ນຂອງລາວ ແລະຕ່າງປະເທດຈຳນວນໜຶ່ງນອກ ນັ້ນຍັງມີເຄື່ອງຜະລິດກະສິກຳຫັດທະກຳ ການສາ ທິດວິທີການຕ່າງໆ ເປັນຕົ້ນແມ່ນການແກະ ສະຫຼັກໝາກໄມ້, ການປຸງແຕ່ງອາຫານສຳລັບເດັກອ່ອນ ໃຫ້ຖືກຕ້ອງຕາມ ຫຼັກວິຊາການ, ການ ສາທິດວິທີທີ່ນຳເສດອາຫານມາເຮັດປຸຍອິນຊີພາບ, ການລ້ຽງຂີ້ກະເດືອນ ແລະ ອື່ນໆ.
ພິທີເປິດງານດັ່ງກ່າວແມ່ນໄດ້ຈັດຂຶ້ນໃນວັນທີ 5 ກຸມພາ 2010 ທີ່ຫໍວັດທະນະທຳແຫ່ງ ຊາດນະນຄອນຫຼວງວຽງ ຈັນ ໃຫ້ກຽດເຂົ້າຮ່ວມລວມມີ ທ່ານ ປານີ ຢາທໍ່ຕູ, ຮອງປະທານສະ ພາແຫ່ງຊາດ. ທ່ານ ນາງ ສີໃສ ລືເດດມູນສອນ, ປະທານສະພາແມ່ຍິງລາວ ພັນລະຍາພະນະ ທ່ານປະທານປະເທດ ແຫ່ງ ສປປ ລາວ, ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງ ຊາດລາວ ຕະຫຼອດຮອດແຂກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ໂດຍ: ພູຄຳ