|
ຈັດກອງປະຊຸມຜ່ານຮ່າງເບື້ອງຕົ້ນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII
ໃນວັນທີ 10 ກຸມພາ 2010 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມ ຜ່ານຮ່າງເບື້ອງຕົ້ນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ເພື່ອປຶກສາຫາລືກ່ຽວກັບຄວາມຄືບໜ້າໃນການຂຽນບົດສຶກສາຄວາມເປັນໄປໄດ້ຂອງໂຄງການ (MEGA Project) ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ໂດຍການເປັນປະທານຂອງທ່ານ ສຽວສະຫວາດ ສະແຫວງສຶກສາ ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າ, ຫົວໜ້າຊີ້ນຳລວມການສ້າງແຜນ 5 ປີ ຂະແໜງອຸດສາຫະກຳ ແລະ ການຄ້າ
ເພື່ອຜ່ານຮາງເບື້ອງຕົ້ນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ຈຶ່ງໄດ້ຈັດກອງປະຊຸມປຶກສາຫາລືການກ່ຽວກັບຄວາມຄືບໜ້າໃນການຂຽນບົດສຶກສາຄວາມເປັນໄປໄດ້ຂອງໂຄງການ (MEGA Project) ຂອງຂະ ແໜງອຸດສາຫະກຳ ແລະ ການຄ້າ ແລະ ການກຳນົດທິດທາງ, ໜ້າທີ່ຈຸດສຸມຂອງຂະແໜງການ ອຸດສາຫະກຳ ແລະ ການຄ້າ ໃນແຜນການພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກແຫ່ງຊາດ
ໂດຍ: ພູຄໍາ ສ້າງພາບ
ດ່າວຮຸ່ງ ເນື້ອໃນ
- ກັບຄືນ -
|