ໜ້າທຳອິດ ຕິດຕໍ່ພວກເຮົາ English

ຂ່າວການຄ້າ

ນັກລົງທຶນສິງກະໂປຈະລົງທຶນທຸມເທໃສ່ການປູກກາເຟ ຢູ່ເຂດເມື່ອງປາກຊ່ອງ

ກຸ່ມ​ບໍ​ລິ​ສັດ​ກະ​ສີ​ກຳ​ຂະໜາດ​ໃຫຍ່​ຈາກ​ປະ​ເທດ​ສິງກະ​ໂປ​ໄດ້​ປະກາດ​ຈະ​ທຸ່ມ​ເທໃສ່​ການ​ຜະລິດ​ກາ​ເຟ​ໃນ​ລາວ​ເພື່ອ​ສະໜອງ​ໃຫ້​​ແກ່​ຕະຫລາດ​ໂລກ ຫລັງ​ຈາກ​ໄດ້​ດຳ​ເນີນ​ການ​ແບບ​ງຽບໆໄດ້ມາ 2ປີ.

      ຜູ້​ບໍລິຫານ​ບໍລິສັດ’’​ເອົາ​ສະ​ເປ​ນບໍລິ​ເວນ’’ Ouspan bolovens LTD ​ເຊິ່ງ​ເປັນ​ບໍລິສັດ​ລູກ​ຂອງ​ກຸ່ມ ‘’ ​ໂອ​ລາມ ’’ Olam group ​ໄດ້​ປະກາດ​ເລື່ອງ​ນີ້​ໃນ​ນະຄອນຫລວງ​ວຽງຈັນ ​ເມື່ອ​ບໍ່​ດົນ​ມາ​ຫລັງ​ຈາກ​ໄດ້​ເຊັນ​ສັນຍາ​ກັບ​ລັດຖະບານ​ລາວ

      ບໍລິສັ​ດ​’’ເອົາ​ສະ​ເປ​ນ’’ ​ໄດ້​ຕັ້ງ​ເປົ້າໝາຍຜະລິດ​ກາ​ເຟປີ​ລະ 7.500 ​ໂຕນ ​ເທົ່າ​ກັບ 25–30% ຂອງ​ປະລິມານ​ກາ​ເຟທີລາ​ວ​ໄດ້​ສົ່ງ​ອອກ​ໃນ​ໄລ​ຍະ​ຫລາຍ​ປີຜ່ານມາ. ກຸ່ມ​ທຶນ​ໃຫຍ່​ຈາກ​ປະ​ເທດ​ສິງ​ກາ​ໂປ ພວມ​ຈະ​ເປັນ​ຜູ້​ຜະລິດ​ຂະຫນາດ​ໃຫຍ່ອີກກຸ່ມໜຶ່ງ ບໍ່​ຕ່ຳ​ແຕ້ມ​ໃຫ້​ແກ່​ບໍລິສັດ ລູກ​ຂອງ ‘’ ​ໄທ​ເບ​ບ​ເວີ​ເຮັດ ຈຳ​ກັດ ’’ ​ເຊິ່ງ​ເປັນ​ເຈົ້າ​ຂອ​ງຜະລິດ​ຕະພັນ ‘’ ​ເບຍ​ຊ້າງ ’’ ​ເຫລົ້າ​ແມ່​ຂອງ ‘’ ກາ​ເຟ ​ແລະ ຊາ ພ້ອມ​ດ້ວຍ​​ເຄື່ອ​ງດື່ມ ຊູກຳລັງ ກັບ​ສີນ​ຄ້າ​ທີ​ບໍ່​ມີ​​ແອນ​ກໍ​ຮອນອື້ນໆອີກ​ຢ່າງ​ຫລວງຫລາຍ .

      ທັງ​ສອງ​ກຸ່ມ​ດັ່ງ​ກ່າວ ​ໄດ້​ເຂົ້າປັກ​ຫລັກ ​ໃນ​ເຂດ​ສວນ​ກາ​ເຟ ​​ໃຫ່ຍທີ​ສຸດ​ໃນ​ເຂດ ​ສປປ ລາວ ​ໃນ​ເວລາ​ໄລ່​ເລ່ຍກັນ ຂະນະ​ດຽວກັນບໍລິສັດ​ເປັນ​ຜູ້​ຜະລິດ​ກາ​ເຟຂະຫນາດ​ໃຫ່ຍ ຈາກ​ປະ​ເທດ​ຫວຽດນາມ​ພວມ​ຂະຫຍາຍ​​ເນື້ອ​ທີ່​ສຳ​ລັບ​ປູກ​ກາ​ເຟ ຢູ່​ເມື່ອ​ງປາກ​ຊ່ອ​ງ​ເຊັ່ນ​ກັນ.

      ສ່ວນ​ກາ​ເຟຂອງ​’’ໄທ​ເບ​ບ’’ ທີ​ເມື່ອ​ງປາກ​ຊ່ອງ ກັບ​ຂອງ ‘’​ເອົາ​ສະ​ເປ​ນ’’ ກວມ​ເນື້ອ​ທີ່ 3.000 ​ເຮັກຕາ​ເທົ່າໆ​ກັນ ​ແລະ ທັງ​ສອງ​ບໍ​ລິ​ສັດ ກໍ່​ມີ​ແຜ​ນການຈະ​ປູກ​ກາ​ເຟ ​ໃຫ້​ໄດ້​ຄົບ​ຕາມ 3.000 ​ເຮັກຕາ ພາຍ​ໃນ​ປີ​ນີ້​ກັບ​ປີໜ້າ ຜູ້ອຳນວຍການໃຫ່ຍດັ່ງ​ກ່າວ​ຂອງ​ສິງ​ກະ​ໂປ​ໄດ້​ກ່າວ​ວ່າ:
      ‘’ ພວກ​ເຮົາ​ຈະ​ປູກ​ໃຫ້​ໄດ້​ທັງ 3.000​ເຮັກຕາ ພາຍ​ໃນ​ ປີ2011 ​ເພຶ່ອຜະລິດ​ກາ​ເຟ​ໃຫ້​ໄດ້​ປີ 7.500 ​ໂຕນ’’

    ປັດຈຸບັນ​ຫວຽດນາມ​ເປັນ​ຜູ້​ສົ່ງ​ອອກກາ​ເຟ​ໃຫ່ຍອັນ​ດັບ​ສອງ​ຂອງ​ໂລກ ຮອງ​ຈາກ​ປະ​ເທດ​ເບ​ນຊີ​ນ, ​ແຕ່​ຫວຽດນາມ​ໄດ້​ສົ່ງ​ອອກ​ກາ​​ເຟ ​‘’ໂຣນັດ​ສະຕາຣ’’ ຫລາຍ​ທີ່​ສູ​ດ ທ່ານ​ ສີສະໜຸກ ສີ​ສົມ​ບັດ ປະທານ​ສະ​ມະ​ຄົມ​ຜູ້ປູກ​ກາ​ເຟລາວ ​ໄດ້​ກ່າວ​ວ່າ: ລາວ​ເພີ່ມ​ຜົນ​ຜະລິດ​ກາ​ເຟ​ໄດ້ຍາກ ເນື້ອ​ທີ່​ປູກ​ມີ​ຈຳກັດ.  ສ່ວນໜຶ່ງຖື​ນຳ​​ໄປ​ໃຊ້​ຜະລິດ​ພືດ​ຜັກ ​ເພື່ອ​ສົ່ງ​ອອກນອກຈາກ​ນັ້ນ​ຍັງ​ຂາດ​ແຄນ​ແຮ​ງານອີກ ດ້ວຍ ​ເຊີ່ງ​ທັງໝົດ​​ເຮັດ​ໃຫ້​ຫລາຍປີ​ມາ​ນີ້ ຈຳນວນ​ກາ​ເຟສົ່ງ​ອອກ ​ໂດຍ​ສະ​ເລ່ຍຢູ່​​ໃນ​ລະ​ດັບ​ປະມານ​ປີ​ລະ 20.000​ໂຕນ ​ເທົ່າ​ນັ້ນ.

   ການ​ເຂົ້າ​ມາ​ລົງທຶນ​ຜະລິດ​ຕະພັນ​ກາ​ເຟ​ໃນ​ສປປ ລາວ ຂອງ​ກຸ່ມ​ທືນ​ໃຫ່ຍ ຂອງ​ຫວຽດນາມ ,ສິງກະ​ໂປ ​ແລະ ​ໄທ ພວມ​ຈະ​ຊ່ວຍ​ເພີ່​ມຜົນຜະລິດ​ກາ​ເຟ​ໃນ​ລາວ​ເກືອບ​ເທົ່າ​ຕົວ,​ແຕ່​ເຖີ່​ງ​ຢ່າງ​ໃດ​ກໍ່ຕາມ, ຈຳ ນວນໜ້ອຍຫລາຍ​ຫາກ​ທຽບກາ​ເຟສົງ​ອອກ​ຂອງຫວຽດນາມ​ປີ​ລະ​ຫລາຍ​ລ້ານ​​ໂຕນ ​ແລະ ໜ້ອຍ​ຫລາຍ​ຫາກ​ສົມທຽບກັບ​ຄວາມ​ຕ້ອງການ​ກາ​ເຟລາວ ​ໃນ​ຕະຫລາດ​ໂລກ.

ແຫຼ່ງຂ່າວ: ໜສພ ການຄ້າ

ໂດຍ: ພູຄຳ


- ກັບຄືນ -

ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ຖະໜົນໂພນໄຊ, ຕູ້ ປນ 4107 ນະຄອນຫຼວງວຽງຈັນ, ສປປລາວ
ໂທ: 856-21 412009 ແຟກ: 856-21 412434, E-mail: moicpsi@yahoo.com

  ອອກແບບໂດຍ: ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ 2004