ໜ້າທຳອິດ ຕິດຕໍ່ພວກເຮົາ English

ຂ່າວການຄ້າ

ລາຄານ້ຳມັນດິບໃນຕະຫລາດໂລກ ເພີ່ມຂຶ້ນຢູ່ລະດັບສຸງສູດໃນຮອບ 8 ອາທິດ

ລາຄານ້ຳມັນດິບໃນຕະຫລາດໂລກໄດ້ເພີ່ມຂຶ້ນສູງກວ່າ 82 ໂດລາສະຫະລັດ ຕໍ່ບາເລວ ໃນລະດັບສູງສຸດໃນຮອບ 8 ອາທິດ ແລະ ໃກ້ຮອດສູງສຸດໃນປີນີ້ ເນື່ອງຈາກສະກຸນເງີນໂດລາສະຫະລັດ ທີ່ອ່ອນຄ່າລົງ ແລະ ສະພາບເສດຖະກິດທີ່ຟື້ນຕົວ ໃນປະເທດ ທີ່​ມີຜູ້ບໍລິໂພກນ້ຳມັນຫຼາຍ​ເຊັ່ນ ສ.ອາ​ເມ​ລິ​ກາ.

      ນ້ຳມັນດິບໃນ ສ.ອາ​ເມ​ລິ​ກາ ເພີ່ມຂຶ້ນ 68 ເຊັນ ຢູ່​ໃນ​ລະດັບ 82,18 ໂດລາຕໍ່ບາເລວ ເມື່ອວັນທີ 8 ມີນາ ທີ່ຜ່ານມາ ຊຶ່ງກົງກັບວັນແມ່ຍິງສາກົນ ຫລັງຈາກທີ່​ໄດ້ຂຶ້ນໄປຮອດ​ລະດັບ​ສູ​ງສຸດທີ່ 82.41 ໂດລາຕໍ່ບາເລວ, ສ່ວນລາຄານ້ຳມັນດິບ ເບຣນ ຕະຫລາດດອນລອນຂອງອັງກິດ ເພີ່ມຂື້ນ 70 ເຊັນ ຢູ່​ລະດັບທີ່ 80.59 ໂດລາຕໍ່ບາເລວ ຫລັງຈາກ​ເພີ່ມຂຶ້ນຮອດສູງສຸດ 70.78 ໂດລາ ຕໍ່ບາເລວ.

      ລາຄານ້ຳມັນໃນຕະຫລາດໂລກສູງຂຶ້ນເພາະສະກຸນເງີນໂດລາອ່ອນຄ່າລົງ 0.29% ເຮັດໃຫ້ນ້ຳມັນມີລາຄາຖືກລົງສຳລັບຜູ້ຖືສະກຸນເງິນອື່ນ, ປະກອບກັບຕົວເລກການຫວ່າງງານ ໃນ ສ.ອາ​ເມ​ລິ​ກາ ໃນເດືອນກຸມພາ ຫຼຸດລົງ ກວ່າທີຄາດຄະເນໄວ້ ນອກຈາກນີ້ຍັງໄດ້ແຮງຍູ້ຈາກ ຂ່າວທີ່ຈີນ ຈະສ້າງຄັງສຳຮອງນ້ຳມັນຍຸດທະສາດ 2 ແຫ່ງ ທີ່ບອກ ວ່າປະເທດຜູ້ບໍລິໂພກອັນດັບ ສອງຂອງໂລກ ແຫ່ງນີ້ມີຄວາມຕ້ອງການຊົມໃຊ້ນ້ຳມັນຫລາຍຂື້ນ.

​ແຫຼ່ງຂ່າວ ​ເສດຖະກິດ​-ສັງຄົມ                                             ໂດຍ ທິລາວັນ


- ກັບຄືນ -

ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ຖະໜົນໂພນໄຊ, ຕູ້ ປນ 4107 ນະຄອນຫຼວງວຽງຈັນ, ສປປລາວ
ໂທ: 856-21 412009 ແຟກ: 856-21 412434, E-mail: moicpsi@yahoo.com

  ອອກແບບໂດຍ: ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ 2004