
ໃນຕອນເຊົ້າຂອງວັນທີ 23/03/2010 ທ່ານ ດຣ. ນາມ ວິຍະເກດ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປລາວ ໄດ້ຕ້ອນຮັບຄະນະຜູ້ແທນ ຈາກຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ນຳໂດຍ ທ່ານ ຫງຽນຕຽນວີ ຫົວໜ້າຫ້ອງການ ພ້ອມດ້ວຍຄະນະທັງໝົດ 15 ຄົນ, ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ກະຊວງອຸດສາຫະກຳ ແລະ ການຄ້າ ສປປລາວ ໃນລະຫວ່າງວັນທີ 23-27/03/2010. ໃນການມາຄັ້ງນີ້ ຄະນະໄດ້ເຂົ້າຮ່ວມເຮັດວຽກປຶກສາຫາລື ເຖິງການທີ່ຈະຮ່ວມມື ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ທັງທີ່ຜ່ານມາ ແລະ ທີ່ຈະສືບຕໍ່ໃນຕໍ່ໜ້າ. ຝ່າຍລາວມີ ທ່ານ ບຸນມີ ມະນີວົງ ຫົວໜ້າຫ້ອງການເປັນຫົວໜ້າຄະນະນຳພາ ປະກອບດ້ວຍ ຫົວໜ້າ ແລະ ຮອງ ພະແນກ,ວິຊາການອ້ອມຂ້າງຫ້ອງການ.

ໂດຍ ທິລາວັນ