ໃນວັນທີ 11 ກໍລະກົດ 2010 ນີ້ ທີ່ສິງກະໂປນັກວິເຄາະຊີ້ວ່າ ການທີ່ທະນາຄານໃນ ອາຊີ ຫຼາຍແຫ່ງ ທະຍອຍກັນ ເພີ່ມອັດຕາດອກເບ້ຍຂຶ້ນ ສະທ້ອນໃຫ້ເຫັນຄວາມໝັ້ນໃຈວ່າພາກພື້ນນີ້ສາມາດຮັບມື ແລະ ຕ້ານທານກັບຜົນກະທົບຈາກວິກິດ ການໜີ້ສິນຕ່າງໆໃນໂລກ.
ທ່ານ ເດວິດ ໂຄເອນ ນັກເສດຖະສາດ ປະຈຳອາຊີຄາດວ່າ ລວມຍອດຜະລິດຕະພັນພາຍໃນ (GDP) ໄຕມາດທີ່ 2 ທີ່ຈະປະກາດໃນເດືອນນີ້ ຈະຊີ້ວ່າເສດຖະກິດອາຊີ ຍັງຄົງຂະຫຍາຍຕົວຢ່າງແຂງແຮງ ກ່ອນໜ້ານີ້ເມື່ອຕົ້ນເດືອນນີ້ ກອງທຶນ ການເງິນສາກົນ (IMF) ປັບເພີ່ມປະລິມານ ການເຕີບໂຕຂອງ GDP ປີນີ້ຂອງອາຊີຈາກ 7% ເປັນ 7,5%.
ດ້ານທະນາຄານ DBS ຊຶ່ງເປັນທະນາຄານກາງທີ່ໃຫ່ຍທີ່ສຸດໃນອາຊີຂອງສິງກະໂປ ໄດ້ວິ ເຄາະຕະຫຼາດອາຊີວ່າ: ວິກິດການໜີ້ສິນເອີຣົບ ຍັງຄົງສົ່ງຜົນກະທົບຢູ່ ສະນັ້ນ ທະນາຄານກາງໃນອາຊີ ຍັງຈະຕ້ອງໄດ້ວາງນະໂຍບາຍທາງການເງິນຕື່ມອີກ ເພາະອັດຕາເງິນເຟີ້ຂອງທຸກເສດຖະກິດໃນພາກພື້ນນີ້ ກັບຄືນມາເກືອບເທົ່າອັດຕາສະເລ່ຍແລ້ວ ແລະ ຈະສູງຂຶ້ນ ໃນອີກ 1-2 ເດືອນ ຂ້າງໜ້າ. ການຂຶ້ນອັດຕາດອກເບ້ຍຄັ້ງຫຼ້າສຸດ ສະທ້ອນເຖິງຄວາມເຊື່ອໝັ້ນຂອງທະນາຄານກາງໃນອາຊີ ວ່າ ການເຕີບໂຕຂອງເສດຖະກິດໃນພາກພື້ນນີ້ຍັງແຂງແຮງຂຶ້ນຕໍ່ໄປ.
ນັບແຕ່ວັນທີ 24 ມິຖຸນາ 2010 ເປັນຕົ້ນມາ ທະນາຄານກາງໄຕ້ຫວັນ, ອິນເດຍ, ມາເລເຊຍ ແລະ ສ. ເກົາຫຼີ ໄດ້ ເພີ່ມອັດຕາດອກເບ້ຍຂຶ້ນແລ້ວ 0,125 – 0,25% ໂດຍໃຫ້ເຫດຜົນວ່າ ຕ້ອງ ການຄວບຄຸມພາວະເງິນເຟີ້ເນື່ອງຈາກເສດຖະກິດ ຟື້ນຕົວ ແລະ ເຕີບໂຕຊ້າ ຈາກຜົນກະທົບວິກິດເສດຖະກິດໂລກ ແລະ ຜູ້ບໍລິໂພກໃນອາຊີ ເລີ່ມມີບົດບາດຫຼາຍຂຶ້ນ ໃນການສະ ໜັບສະໜູນເສດຖະກິດໃນພາກພື້ນ.