ຕາມຂ່າວສານຈີນ, ເຂດການຄ້າເສລີ ຈີນ-ອາຊຽນ ທີ່ສ້າງຕັ້ງຂຶ້ນໃນຕົ້ນປີນີ້ ໄດ້ຊຸກຍູ້ການຄ້າ ລະຫວ່າງ ຈີນ ກັບ ອາຊຽນ ເຕີບໂຕຢ່າງວ່ອງໄວ. ຕົວເລກສະຖິຕິຂອງ ກົມໃຫ່ຍພາສີ ຂອງຈີນ ສະ ແດງໃຫ້ເຫັນວ່າ ນັບແຕ່ເດືອນ ມັງກອນ - ພຶດສະພາ, ຍອດມູນຄ່າການຄ້າ ລະຫວ່າງ ສອງຝ່າຍບັນ ລຸ 111,8 ຕື້ໂດລາ, ເພີ່ມຂຶ້ນເກືອບ 58% ຊຶ່ງເຮັດໃຫ້ອາຊຽນກາຍເປັນຄູ່ຄ້າອັນດັບ 3 ຂອງຈີນ. ໃນ ນັ້ນ ຈີນ ສົ່ງອອກສິນຄ້າໃຫ້ອາຊຽນມີເຖິງ 52,7 ຕື້ໂດລາ, ເພີ່ມຂຶ້ນ 46,2% ແລະ ນຳເຂົ້າສິນຄ້າ ຈາກ ອາຊຽນ 59,1 ຕື້ໂດລາ, ເພີ່ມຂຶ້ນ 69,1%.
ທ່ານ ລິວຈ້ຽນເວີນ ຮອງຫົວໜ້າສະຖາບັນຄົ້ນຄ້ວາອາຊີຕາເວັນອອກສຽງໃຕ້ ຂອງສະພາບັນ ດິດວິທະຍາສາດສັງຄົມ ກວາງຊີ ວິເຄາະເຫັນວ່າ ມູນຄ່າການຄ້າ ລະຫວ່າງ ຈີນ ກັບ ອາຊຽນ ເພີ່ມ ຂຶ້ນຢ່າງຊັດເຈນ ແມ່ນຍ້ອນການຄ້າສາກົນ ເພີ່ມຂຶ້ນທີ່ມີລັກສະນະຟື້ນຕົວຫຼັງວິກິດການ ການເງິນທົ່ວ ໂລກ ບວກກັບນະໂຍບາຍຍົກເວັ້ນພາສີ ໃນເຂດການຄ້າເສລີ ຈີນ-ອາຊຽນ, ເຮັດໃຫ້ວິສາຫະກິດຂາ ເຂົ້າ-ຂາອອກ ຂອງສອງຝ່າຍມີຄວາມຫ້າວຫັນຫຼາຍຂຶ້ນກ່ວາເກົ່າ.