
ໃນລະຫວ່າງວັນທີ 15-16 ກໍລະກົດ 2010 ຜ່ານມານີ້, ທ່ານ ດຣ. ນາມ ວິຍະເກດ, ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ນຳພາຄະນະຈາກ ກະຊວງ ອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ແລະ ກະຊວງກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມພົບປະເຈລະຈາສອງຝ່າຍ ກັບ ສະຫະລັດອາເມລິກາ ກ່ຽວກັບວຽກງານການເຂົ້າເປັນສະມາຊິກອົງການການຄ້າໂລກ (ອຄລ) ຂອງ ສປປ ລາວ ທີ່ ນະຄອນວໍຊິງຕັນ ດີຊີ, ສະຫະລັດອາເມລິກາ.
ການເດີນທາງໄປເຈລະຈາດັ່ງກ່າວ ເປັນການຕອບຮັບຕາມຄຳເຊີນຂອງຝ່າຍສະຫະລັດອາເມລິກາ ແລະ ຖືວ່າປະສົບຜົນສຳເລັດສູງຕາມຄາດໝາຍ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ Demetrios Marantis, ຮອງຫົວໜ້າສຳນັກງານຜູ້ຕາງໜ້າຖາວອນການຄ້າ ສະຫະລັດອາເມລິກາ (USTR). ທັງສອງຝ່າຍໄດ້ສືບຕໍ່ການເຈລະຈາບັນຫາຄ້າງຄາ ລວມທັງ ການເປີດຕະຫຼາດດ້ານສິນຄ້າ ແລະ ດ້ານບໍລິການ ພ້ອມທັງ ປຶກສາຫາລືກ່ຽວກັບຄວາມຄືບໜ້າ ການປັບປຸງນິຕິກຳຂອງ ສປປ ລາວ ເພື່ອໃຫ້ສອດຄ່ອງກັບຫຼັກການ ກໍຄື ສັນຍາຂອງອົງການ ການຄ້າໂລກ ລວມທັງ ການຄຸ້ມຄອງການນຳເຂົ້າ-ສົ່ງອອກ, ການປະເມີນມູນຄ່າແຈ້ງພາສີ, ສຸຂານາໄມ ແລະ ສຸຂານາໄມພືດ, ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ, ນະໂຍບາຍສົ່ງເສີມ ການລົງທຶນ ແລະ ຊັບສິນທາງປັນຍາ.
ສປປ ລາວ ໄດ້ຮັບສະຖານະສາຍພົວພັນການຄ້າແບບປົກກະຕິ (Normal Trade Relation: NTR) ໃນຕົ້ນປີ 2005 ຊຶ່ງເຮັດໃຫ້ທຸລະກິດລາວສາມາດສົ່ງອອກສິນຄ້າ ແລະ ລົງທຶນໃນ ຂະແໜງບໍລິການ ໃນສະຫະລັດອາເມລິກາເຊັ່ນດຽວກັບສະມາຊິກອື່ນໆ ເຖິງແມ່ນວ່າ ສປປ ລາວ ຍັງບໍ່ທັນໄດ້ເປັນສະມາຊິກ ອຄລ ກໍ່ຕາມ. ພ້ອມນີ້, ສະຫະລັດອາເມລິກາ ກໍຕັດ ສປປ ລາວ ອອກຈາກບັນຊີດຳການຄ້າ (Blacklist) ໃນເດືອນມິຖຸນາ 2009 ເພື່ອໃຫ້ທຸລະກິດທີ່ຄ້າຂາຍກັບສະຫະລັດອາເມລິກາ ສາມາດເຂົ້າເຖິງແຫຼ່ງທຶນຂອງທະນາຄານສົ່ງເສີມການຄ້າຕ່າງປະເທດ (Exim Bank) ຂອງສະຫະລັດອາເມລິກາ. ພາຍຫຼັງເຂົ້າເປັນສະມາຊິກ ອຄລ ແລ້ວ, ສປປ ລາວ ຍັງຈະສາມາດສະເໜີຂໍສິດທິພິເສດທາງການຄ້າ (GSP) ຈາກສະຫະລັດອາເມລິກາ.
ວຽກງານການເຂົ້າເປັນສະມາຊິກອົງການການຄ້າໂລກ ເປັນບຸລິມະສິດໜຶ່ງທີ່ສຳຄັນຂອງພັກ ແລະ ລັດຖະບານ ຊຶ່ງ ສປປ ລາວ ກໍໄດ້ມີການທົບທວນ ແລະ ປັບປຸງທາງດ້ານນິຕິກຳຕ່າງໆ ທີ່ຕິດພັນກັບການຄ້າ ຕາມແນວທາງການເຊື່ອມໂຍງເສດ ຖະກິດກັບສາກົນ ແລະ ສ້າງເປັນລັດ ແຫ່ງກົດໝາຍ ໃນການປັບປຸງສະພາບແວດລ້ອມທຸລະກິດ-ການຄ້າ, ຊຸກຍູ້ການສົ່ງອອກ ແລະ ດຶງດູດການລົງທຶນ ແລະ ສ້າງວຽກເຮັດງານທຳ ກໍຄື ລົບລ້າງຄວາມທຸກຍາກ.
ນັບແຕ່ສະໝັກເຂົ້າເປັນສະມາຊິກ ອຄລ ໃນປີ 1997 ເປັນຕົ້ນມາ, ສປປ ລາວ ໄດ້ກະກຽມ ແລະ ສຳເລັດເອກະສານຈຳນວນໜຶ່ງ ລວມທັງ ບົດຊ່ວຍຈຳກ່ຽວກັບລະບອບການຄ້າຕ່າງປະເທດ, ຕອບຄຳຖາມສະມາຊິກ ອຄລ ຫຼາຍກວ່າ 700 ຂໍ້, ແບບສອບຖາມ ແລະ ແຜນປະຕິບັດງານ ປັບປຸງນິຕິກຳ ຈຳນວນໜຶ່ງ ພ້ອມທັງ ໄດ້ຈັດກອງປະຊຸມໜ່ວຍປະຕິບັດງານແລ້ວ 5 ຄັ້ງ ແລະ ສຳເລັດການເຈລະຈາເປີດຕະຫຼາດແບບສອງຝ່າຍກັບ 2-3 ສະມາຊິກ ແລະ ກອງປະຊຸມ ຄັ້ງ ຕໍ່ໄປຈະຈັດຢູ່ເຈນີວາ, ສະວິດເຊີແລນ ໃນທ້າຍເດືອນກັນຍາ 2010 ນີ້. ໃນກອງປະຊຸມໜ່ວຍ ປະຕິບັດງານ ຄັ້ງທີ 5 ໃນເດືອນກໍລະກົດ 2009 ສະມາຊິກອົງການການຄ້າໂລກ ເຫັນດີໃຫ້ ສປປ ລາວ ຍົກບົດສັງລວມຄວາມຄືບໜ້າການເຂົ້າເປັນສະມາຊິກ (factual summary) ຂື້ນເປັນ ຮ່າງບົດລາຍງານກອງປະຊຸມໜ່ວຍປະຕິບັດງານ (elements of working party report), ຊຶ່ງເປັນໄລຍະເກືອບສຸດທ້າຍຂອງການເຈລະຈາເຂົ້າເປັນສະມາຊິກ ອຄລ ຂອງ ສປປ ລາວ.
ແຫຼ່ງຂ່າວ: ກົມນະໂຍບາຍການຄ້າຕ່າງປະເທດ