ປັດຈຸບັນ ບັນຫາທີ່ສັງຄົມມີຄວາມສົນໃຈທີ່ກ່ຽວຂ້ອງກັບຂະແໜງອຸດສາຫະ ກຳ ແລະ ການຄ້າມີດັ່ງນີ້: ການດັດສົມໂຮງເລື່ອຍ, ໂຮງຊອຍ ແລະ ໂຮງເຟີນີເຈີຕ່າງໆ, ອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳ, ການຄຸ້ມຄອງຕະຫຼາດຂາຍຍົກ-ຂາຍຍ່ອຍ, ການຄຸ້ມຄອງລາຄາ ແລະ ຄຸນນະພາບຂອງສິນຄ້າ, ການຄຸ້ມຄອງສິນຄ້າທີ່ນຳເຂົ້າ, ການຕ້ານການຄ້າຂາຍສິນຄ້າເຖື່ອນ, ສິນຄ້າຜິດກົດໝາຍ. ເປັນຕົ້ນແມ່ນການລັກລອບນຳເຂົ້າ ແລະ ຈຳໜ່າຍ ສິນຄ້າຟູມເຟືອຍ, ການສົ່ງເສີມທຸລະກິດຂະໜາດນ້ອຍ-ກາງ ແລະ ທຸລະກິດຂອງປະຊາຊົນ.
ຕໍ່ຄວາມສົນໃຈດັ່ງກ່າວເຊິ່ງທັງໝົດລ້ວນແຕ່ເປັນບັນຫາສຳຄັນ ທີ່ສະມາຊິກສະພາແຫ່ງຊາດ ໄດ້ຢິບຍົກຂຶ້ນມາຖາມຕໍ່ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອຢາກຮູ້ເຖິງຄວາມຄືບໜ້າໃນການແກ້ໄຂໃນໄລຍະຜ່ານມາ ແລະ ມາດຕະການຄຸ້ມຄອງໃນຕໍ່ໜ້າ ເພື່ອຮັບປະກັນຜົນປະໂຫຍດລວມຂອງຊາດ. ທ່ານ ດຣ ນາມ ວິຍະເກດ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ໄດ້ຂຶ້ນຊີ້ແຈງຕໍ່ສະພາແຫ່ງຊາດ ໃນຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້:
ຜ່ານການດັດສົມຂາດຕົວໂຮງງານປຸງແຕ່ງໄມ້ໃນທົ່ວປະເທດມາຮອດເດືອນ 10 ປີ 2009 ເຫັນວ່າມີໂຮງງານປຸງແຕ່ງໄມ້ທີ່ມີເງື່ອນໄຂສຶບຕໍ່ດຳເນີນກິດຈະການໄດ້ທັງໝົດ 849 ແຫ່ງ (ບໍ່ລວມແຂວງສະຫັວນນະເຂດ, ເຊກອງ ແລະ ອັດຕະປື ເນື່ອງຈາກບໍ່ທັນຕົກລົງເປັນເອກະພາບກັບແຂວງ). ນອກນັ້ນ ແມ່ນໂຮງງານທີ່ຕ້ອງໄດ້ປັບປຸງ ແລະ ຖືກໃຫ້ຢຸດເຊົາຖາວອນ, ການມອບຮັບບັນຊີໂຮງງານປຸງແຕ່ງໄມ້ຈາກ ກະຊວງກະສິກຳ ແລະ ປ່າໄມ້ໃນກາງປີ 2006 ມີຈຳນວນໂຮງງານທັງໝົດ 1.333 ແຫ່ງ. ອີງຕາມການສຳຫຼວດຕົວຈິງຂອງຂະແໜງອຸດສາຫະກຳ ແລະ ການຄ້າ, ເຫັນວ່າໃນທົ່ວປະເທດມີໂຮງງານປຸງແຕ່ງໄມ້ ທັງໝົດ 2.102 ແຫ່ງ.
ສຳລັບອຸດສາຫະກຳປຸງແຕ່ງກະສິກຳ, ກວມເອົາ 60%, ແຕ່ວ່າກະຊວງຍັງຈະໄດ້ແກ້ໄຂບາງບັນຫາທີ່ເຫັນວ່າມີຄວາມຈຳເປັນຕໍ່ການພັດທະນາຂອງອຸດສາຫະກຳປຸງແຕ່ງເຊັ່ນ: ການສະໜອງວັດຖຸດິບໃຫ້ໂຮງງານ ຊຶ່ງໃນນີ້ຈະໄດ້ສຶກສາ ແລະ ຊ່ວຍຫາວິທີຫຼຸດຜ່ອນຕົ້ນທຶນການຜະລິດ, ປະສານກັບຂະແໜງການທີ່ກ່ຽວຂ້ອງ ໃນການແກ້ໄຂບັນຫາທຶນເພື່ອນຳໃຊ້ເຂົ້າໃນການສ້າງໂຮງງານ ໂດຍມີຈຸດປະສົງສົ່ງເສີມ ແລະ ເຜີຍແຜ່ເຕັກໂນໂລຊີ, ແກ້ໄຂບັນຫາແຮງງານ ແລະ ການຝຶກສີມືແຮງງານ. ຂະນະດຽວກັນ ກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ໄດ້ເອົາໃຈໃສ່ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ໂດຍການຄົ້ນຄ້ວາສ້າງເຂດນິຄົມອຸດສາຫະກຳ, ແກ້ໄຂບັນຫາການເຂົ້າຕະຫຼາດຈາກການເຈລະຈາການຄ້າ, ສົ່ງເສີມກິດຈະກຳການສົ່ງອອກ ແລະ ຊ່ວຍເຫຼືອຜູ້ດຳເນີນທຸລະກິດສົ່ງອອກຕົວຈິງທີ່ປະສົບບັນຫາ.
ສ່ວນການຄຸ້ມຄອງລາຄາ ແລະ ຄຸນນະພາບສິນຄ້າ, ການຄຸ້ມຄອງສິນຄ້າທີ່ນຳເຂົ້າ, ການຕ້ານການຄ້າຂາຍສິນຄ້າເຖື່ອນ ສິນຄ້າຜິດກົດໝາຍ, ກະຊວງຈະຄົ້ນຄ້ວາສະເໜີນະໂຍບາຍ ແລະ ລະບຽບກົດໝາຍກ່ຽວກັບການນຳເຂົ້າສິນຄ້າ, ການແບ່ງງານລະຫວ່າງເຈົ້າໜ້າທີ່ພາສີ, ເຈົ້າໜ້າທີ່ຕຳຫຼວດເສດຖະກິດ, ເຈົ້າໜ້າທີ່ກວດກາການຄ້າກ່ຽວກັບການຄຸ້ມຄອງ ການນຳເຂົ້າສິນຄ້າໃຫ້ເຂົ້າໃຈແຈ້ງຕາມພາລະບົດບາດ.
ໂດຍ: ຄຳສອນວັນ