| ກອງປະຊຸມລັດຖະມົນຕີ ອາຊຽນຄັ້ງທີ 42 ອາຊຽນ ກັບປະເທດຄູ່ເຈລະຈາ ແລະ ກອງປະຊຸມອື່ນໆທີ່ຕິດພັນ |
ກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນຄັ້ງນີ້ ຈັດທີ່ ນະຄອນດາໜັງ ສສ.ຫວຽດນາມ ໃນລະຫວ່າງ ວັນທີ 24-28 ສິງຫາ 2010.ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີບັນດາລັດຖະມົນຕີເສດຖະກິດອາຊຽນ ຂອງ 10 ປະເທດ ແລະ ເລຂາທິການໃຫຍ່ອາຊຽນ ແລະ ໃຫ້ກຽດກ່າວ ເປີດພິທີກອງປະຊຸມຄັ້ງນີ້
|
|
| ທ່ານ ລັດຖະມົນຕີຊ່ວຍວ່າການ ໃຫ້ສຳພາດຂ່າວ |
ໃນຕອນບ່າຍຂອງ ວັນທີ 25/08/2010 ທ່ານສຽວສະຫວາດ ສະແຫວງສຶກສາ, ລັດຖະມົນຕີຊ່ວຍວ່າການກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການຢ້ຽມຂ່ຳນັບ ແລະ ສຳພາດ ຂອງສຳນັກຂ່າວ Maeil Business Newspaper ຈາກ ສ. ເກົາຫຼີ. ໃນໂອກາດນີ້, ທ່ານ ສຽວສະຫວາດ ສະແຫວງສຶກສາ, ໄດ້ອະທິບາຍເຖິງທ່າແຮງໃນການດຶງ
|
|
| ເງິນໂດລາສະຫະລັດອ່ອນຄ່າລົງຕໍ່າສຸດໃນຮອບ 15 ປີ |
ຕາມຂ່າວຕ່າງປະເທດລາຍງານວ່າ: ເງິນໂດລາສະຫະລັດອ່ອນຄ່າລົງຕ່ຳທີ່ສຸດໃນຮອບ 15 ປີຫລັງນັກລົງທຶນພາກັນແຫ່ເຂົ້າຊື້ເງິນ ເຢນຂອງຍີ່ປຸ່ນ ເນື່ອງຈາກມີຄວາມວິຕົກກັງວົນ ກ່ຽວກັບທ່າອຽງ ຂອງເສດຖະກິດສະຫະລັດອາເມລິກາ.
|
|
| ຈັດອົບຮົມວຽກງານອຸດສາຫະກຳ-ການຄ້າ 27 ເມືອງທຸກຍາກຢູ່ພາກເຫນືອ |
ການຈັດຝຶກອົບຮົມວຽກງານອຸດສາຫະກຳ ແລະ ການຄ້າຊຸດທີ V ສຳລັບ 27 ເມືອງທຸກຍາກ 8 ແຂວງພາກເຫນືອພາຍໃຕ້ຫົວຂໍ້ "ສ້າງຄວາມຫລາກຫລາຍດ້ານການຄ້າໃນຊົນນະບົດເພື່ອຫລຸດຜ່ອນຄວາມ ທຸກຍາກ" ໄດ້ໄຂຂຶ້ນໃນວັນທີ 23 ສິງຫາ ທີ່ໂຮງແຮມແດນສະຫວັນ ແຂວງອຸດົມໄຊ ພາຍໃຕ້ການເປັນປະ ທານຂອງທ່ານ ບຸນທັນ ວັນນະໄຈ ຄະນະປະຈຳພັກແຂວງ, ຫົວຫນ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ມີເລຂາຮອງເລຂາພັກເມືອງ, ຫົວຫນ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໃນ 27 ເມືອງ ທຸກຍາກທີ່ນອນ ຢູ່ໃນ 8 ແຂວງພາກເຫນືອເຂົ້າຮ່ວມ.
|
|
| ແຂວງຄຳມ່ວນ ຫັນສູ່ອຸດສາຫະກຳທັນສະໄຫມຫລາຍຂຶ້ນ ສົ່ງຜົນດີຕໍ່ຂະແຫນງອຸດສາຫະກຳ ແລະ ການຄ້າແຂວງ |
ແຂວງຄຳມ່ວນ ເປັນແຂວງຫນຶ່ງທີ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດກຳລັງສົນໃຈເຂົ້າໄປລົງທຶນ. ເຮັດໃຫ້ຂະແຫນງອຸດສາຫະກຳ ແຂວງຄຳມ່ວນ ມີບາດກ້າວຂະຫຍາຍຕົວກວ້າງອອກ ແລະ ຫັນໄປສູ່ ຄວາມທັນສະໄຫມຫລາຍຂຶ້ນ, ມາຮອດປັດຈຸບັນ ທົ່ວແຂວງມີໂຮງງານອຸດສາຫະກຳ ແລະ ຫັດຖະກຳ ປຸງແຕ່ງທັງຫມົດ 2.362 ແຫ່ງ, ເຊິ່ງສາມາດສ້າງຜະລິດຕະພັນອອກຈຳຫນ່າຍຕະຫລາດພາຍໃນ ແລະ ສົ່ງອອກໄດ້ໃນປະລິມານທີ່ເພີ່ມຂຶ້ນ, ເຮັດໃຫ້ແຂວງຄ່ອຍໆກ້າວເຂົ້າສູ່ການກຸ້ມຕົນເອງເທື່ອລະກ້າວ.
|
|
| ລາຄານ້ຳມັນດິບໃນຕະຫຼາດໂລກຫຼຸດລົງຕິດຕໍ່ກັນຫຼາຍວັນ |
ຕາມຂ່າວຈາກນະຄອນນິວຢອກ ໃນວັນທີ 17 ສິງຫາ ລາຍງານວ່າ ລາຄານ້ຳມັນດິບໃນຕະ ຫຼາດໂລກ ປັບຕົວຫຼຸດລົງ 5 ວັນຕິດຕໍ່ກັນ ເພາະຕົວເລກເສດຖະກິດທີ່ອ່ອນແອ ຢູ່ ສ.ອາເມລິກາ ແລະ ຍີ່ປຸ່ນ ເພີ່ມຄວາມວິຕົກກ່ຽວກັບການເຕີບໂຕທາງເສດຖະກິດ ແລະ ຄວາມຕ້ອງການໃຊ້ພະລັງ ງານອາດຈະຫຼຸດລົງ.
|
|
| ຫວຽດນາມຄາດວ່າ ຈະສົ່ງອອກເຂົ້າປີນີ້ເພີ່ມຂຶ້ນ 6,5 ລ້ານໂຕນ |
ຕາມຂ່າວຕ່າງປະເທດ ລາຍງານວ່າ: ສສ ຫວຽດນາມ ໄດ້ປັບເພີ່ມຄາດຄະເນການສົ່ງອອກເຂົ້າໃນປີ 2010 ຂຶ້ນເປັນ 6,4-6,5 ລ້ານໂຕນ ເຊິ່ງເປັນລະດັບສູງສຸດໃນປະຫວັດສາດ, ທັງນີ້ ສະມາຄົມອາຫານຫວຽດນາມຮຽກຮ້ອງໃຫ້ລັດຖະບານເພີ່ມເປົ້າຫມາຍການ ສົ່ງອອກ ເນື່ອງຈາກມີທິດທາງການສົ່ງອອກໄປຍັງ ປະເທດບັງກລາເທດ ໃນທ້າຍປີນີ້.
|
|
| ການຄ້າເລ່ງຈັດສັນຕະຫລາດຂາຍຍົກ-ຂາຍຍ່ອຍເຂົ້າສູ່ລະບົບ ເພື່ອຮອງຮັບຜູ້ບໍລິໂພກ |
ກະຊວງອຸດສາຫະກຳ ແລະ ການຄ້າ ເລ່ງປັບ ປຸງຕະຫລາດຂາຍຍົກ-ຂາຍຍ່ອຍ ໃຫ້ເຂົ້າສູ່ ລະບົບຢ່າງມີປະສິດທິພາບລວມທັງຈັດສັນ ລະບຽບການຄຸ້ມຄອງທີ່ຈະຮັບປະກັນໄດ້ເຖິງປະສິດທິຜົນ ເພື່ອເຮັດໃຫ້ຕະຫລາດມີສະຖຽນລະ ພາບສາມາດສະຫນອງສິນຄ້າໃຫ້ແກ່ຜູ້ບໍລິໂພກໄດ້ຕາມຄວາມຕ້ອງການ; ດ້ານການຜະລິດ ສິນຄ້າເພື່ອປ້ອນເຂົ້າຕະຫລາດພາຍໃນປະເທດຍັງມີຫນ້ອຍ ສະນັ້ນທຸກພາກສ່ວນຕ້ອງຮ່ວມ ກັນ ສົ່ງເສີມການຜະລິດພາຍໃນໃຫ້ຫລາຍຂຶ້ນ.
|
|
| ໜ່ວຍສະຫະພັນແມ່ຍິງຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ດຳເນີນກອງປະຊຸມໃຫ່ຍຄັ້ງປະຖົມມະເລີກຂອງຕົນ |
ໃນຕອນເຊົ້າຂອງ ວັນທີ 12 ສິງຫາ 2010 ເວລາ 8:30 ທີ່ຫ້ອງປະຊຸມ ກົມການນຳເຂົ້າ ແລະ ສົ່ງອອກ ຂອງໜ່ວຍສະຫະພັນແມ່ຍິງຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມໃຫ່ຍຄັ້ງປະຖົມມະເລີກຂອງຕົນຂຶ້ນ ໂດຍການເປັນປະທານຂອງທ່ານ ນາງ ພອນມະນີ ອິນທິສາລາດ ຫົວໜ້າໜ່ວຍສະຫະພັນແມ່ຍິງຫ້ອງການກະຊວງ, ຊຶ່ງໄດ້ຮັບກຽດເຂົ້າຮ່ວມຂອງທ່ານ ສິລິສຳພັນ ວໍຣະຈິດ ຮອງເລຂາໜ່ວຍພັກຫ້ອງການ ແລະ ທ່ານ ນາງ ວັນນີ ແສນມະນີຈັນ ປະທານສະຫະພັນແມ່ຍິງກະຊວງ;
|
|
| ການຄ້າຂອງໂລກເຕີບໂຕຂຶ້ນ 10% ໃນປີນີ້ |
ໃນວັນທີ 23 ກໍລະກົດນີ້, ຜູ້ອຳນວຍການອົງການການຄ້າໂລກ (WTO) ຄາດວ່າປະລິມານການຄ້າຂອງໂລກຈະເຕີບໂຕຂຶ້ນ 10% ໃນປີ 2010 ນີ້ຫຼັງຕິດລົບໃນປີ 2009.
|
|
| ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈ້ງບັນຫາທີ່ສັງຄົມສົນໃຈ |
ປັດຈຸບັນ ບັນຫາທີ່ສັງຄົມມີຄວາມສົນໃຈທີ່ກ່ຽວຂ້ອງກັບຂະແໜງອຸດສາຫະກຳ ແລະ ການຄ້າມີດັ່ງນີ້: ການດັດສົມໂຮງເລື່ອຍ, ໂຮງຊອຍ ແລະ ໂຮງເຟີນີເຈີຕ່າງໆ, ອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳ, ການຄຸ້ມຄອງຕະຫຼາດຂາຍຍົກ-ຂາຍຍ່ອຍ, ການຄຸ້ມຄອງລາຄາ ແລະ ຄຸນນະພາບຂອງສິນຄ້າ, ການຄຸ້ມຄອງສິນຄ້າທີ່ນຳເຂົ້າ, ການຕ້ານການຄ້າຂາຍສິນຄ້າເຖື່ອນ, ສິນຄ້າຜິດກົດໝາຍ. ເປັນຕົ້ນແມ່ນການລັກລອບນຳເຂົ້າ ແລະ ຈຳໜ່າຍ ສິນຄ້າຟູມເຟືອຍ, ການສົ່ງເສີມທຸລະກິດຂະໜາດນ້ອຍ-ກາງ ແລະ ທຸລະກິດຂອງປະຊາຊົນ.
|
|
| ການພົບປະສອງຝ່າຍ ສປປລາວ-ອາເມລິກາ ກ່ຽວກັບການເຂົ້າເປັນສະມາຊິກ WTO |
ໃນລະຫວ່າງວັນທີ 15-16 ກໍລະກົດ 2010 ຜ່ານມານີ້, ທ່ານ ດຣ. ນາມ ວິຍະເກດ, ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ນຳພາຄະນະຈາກ ກະຊວງ ອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ແລະ ກະຊວງກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມພົບປະເຈລະຈາສອງຝ່າຍ ກັບ ສະຫະລັດອາເມລິກາ ກ່ຽວກັບວຽກງານການເຂົ້າເປັນສະມາຊິກອົງການການຄ້າໂລກ (ອຄລ) ຂອງ ສປປ ລາວ ທີ່ ນະຄອນວໍຊິງຕັນ ດີຊີ, ສະຫະລັດອາເມລິກາ.
|
|
| ປະເທດສະວິດສະໜັບສະໜູນລາວ ໃນການເຂົ້າເປັນສະມາຊິກຂອງອົງການໆຄ້າໂລກ |
ປະເທດສະວິດເປັນປະເທດໜຶ່ງ ທີ່ສະໜັບສະໜູນ ສປປ ລາວ ໃນການເຂົ້າເປັນສະມາຊິກຂອງອົງການການຄ້າໂລກ (WTO) ດ້ວຍການຊ່ວຍເຫຼືອທາງດ້ານທຶນຮອນ ເພື່ອນຳໃຊ້ເຂົ້າໃນການກະກຽມເງື່ອນໄຂຕ່າງໆ.
|
|
| ອາຊຽນກາຍເປັນຄູ່ຄ້າອັນດັບ 3 ຂອງຈີນ |
ຕາມຂ່າວສານຈີນ, ເຂດການຄ້າເສລີ ຈີນ-ອາຊຽນ ທີ່ສ້າງຕັ້ງຂຶ້ນໃນຕົ້ນປີນີ້ ໄດ້ຊຸກຍູ້ການຄ້າ ລະຫວ່າງ ຈີນ ກັບ ອາຊຽນ ເຕີບໂຕຢ່າງວ່ອງໄວ. ຕົວເລກສະຖິຕິຂອງ ກົມໃຫ່ຍພາສີ ຂອງຈີນ ສະ ແດງໃຫ້ເຫັນວ່າ ນັບແຕ່ເດືອນ ມັງກອນ - ພຶດສະພາ, ຍອດມູນຄ່າການຄ້າ ລະຫວ່າງ ສອງຝ່າຍບັນ ລຸ 111,8 ຕື້ໂດລາ, ເພີ່ມຂຶ້ນເກືອບ 58% ຊຶ່ງເຮັດໃຫ້ອາຊຽນກາຍເປັນຄູ່ຄ້າອັນດັບ 3 ຂອງຈີນ.
|
|
| ທະນາຄານກາງໃນອາຊີຫຼາຍແຫ່ງເພີ່ມອັດຕາດອກເບ້ຍຂຶ້ນ |
ໃນວັນທີ 11 ກໍລະກົດ 2010 ນີ້ ທີ່ສິງກະໂປນັກວິເຄາະຊີ້ວ່າ ການທີ່ທະນາຄານໃນ ອາຊີ ຫຼາຍແຫ່ງ ທະຍອຍກັນເພີ່ມອັດຕາດອກເບ້ຍຂຶ້ນ ສະທ້ອນໃຫ້ເຫັນຄວາມໝັ້ນໃຈວ່າພາກພື້ນນີ້ສາມາດ ຮັບມື ແລະ ຕ້ານທານກັບຜົນກະທົບຈາກວິກິດການໜີ້ສິນຕ່າງໆໃນໂລກ.
|
|
| ກອງປະຊຸມວຽກງານອຸດສາຫະກຳ ແລະ ການຄ້າ ປະຈຳສົກປີ 2009-2010 ຄັ້ງວັນທີ 31ພຶດສະພາ -1 ມິຖຸນາ 2010. |
ໃນວັນທີ 31 ພຶດສະພາ - 1 ມີຖຸນາ 2010 ທີ່ຜ່ານມາ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມວຽກງານ ອຸດສາຫະກຳ ແລະ ການຄ້າ ປະຈຳສົກປີ 2009-2010 ຂຶ້ນຢູ່ທີ່ ຫ້ອງປະຊຸມ ໂຮງແຮມ ດອນຈັນ ພາເລສ. ໂດຍການເປັນປະທານຂອງ ທ່ານ ດຣ ນາມ ວິຍະເກດ ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ. ເປັນກຽດເຂົ້າຮ່ວມກອງປະຊຸມ ດັ່ງກ່າວ ປະກອບດ້ວຍ: ຮອງເຈົ້າແຂວງ, ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ຕາງໜ້າຈາກບັນດາກະຊວງ. ທັງໝົດມີຜູ້ເຂົ້າຮ່ວມ 190 ຄົນ. ຈຸດປະສົງຂອງການຈັດກອງປະຊຸມ ວຽກງານອຸດສາຫະກຳ ແລະ ການຄ້າໃນຄັ້ງນີ້ ແມ່ນເພື່ອ:
|
|
| ຄະນະຜູ້ແທນຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ສສຫວຽດນາມ ເດີນທາງມາຢ້ຽມຢາມ |
ໃນຕອນເຊົ້າຂອງວັນທີ 23/03/2010 ທ່ານ ດຣ. ນາມ ວິຍະເກດ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປລາວ ໄດ້ຕ້ອນຮັບຄະນະຜູ້ແທນ ຈາກຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ນຳໂດຍ ທ່ານ ຫງຽນຕຽນວີ ຫົວໜ້າຫ້ອງການ ພ້ອມດ້ວຍຄະນະທັງໝົດ 15 ຄົນ,
|
|
| ລາຄານ້ຳມັນດິບໃນຕະຫລາດໂລກ ເພີ່ມຂຶ້ນຢູ່ລະດັບສຸງສູດໃນຮອບ 8 ອາທິດ |
ລາຄານ້ຳມັນດິບໃນຕະຫລາດໂລກໄດ້ເພີ່ມຂຶ້ນສູງກວ່າ 82 ໂດລາສະຫະລັດ ຕໍ່ບາເລວ ໃນລະດັບສູງສຸດໃນຮອບ 8 ອາທິດ ແລະ ໃກ້ຮອດສູງສຸດໃນປີນີ້ ເນື່ອງຈາກສະກຸນເງີນໂດລາສະຫະລັດ ທີ່ອ່ອນຄ່າລົງ ແລະ ສະພາບເສດຖະກິດທີ່ຟື້ນຕົວ ໃນປະເທດ ທີ່ມີຜູ້ບໍລິໂພກນ້ຳມັນຫຼາຍເຊັ່ນ ສ.ອາເມລິກາ.
|
|
| ນັກລົງທຶນສິງກະໂປຈະລົງທຶນທຸມເທໃສ່ການປູກກາເຟ ຢູ່ເຂດເມື່ອງປາກຊ່ອງ |
ກຸ່ມບໍລິສັດກະສີກຳຂະໜາດໃຫຍ່ຈາກປະເທດສິງກະໂປໄດ້ປະກາດຈະທຸ່ມເທໃສ່ການຜະລິດກາເຟໃນລາວເພື່ອສະໜອງໃຫ້ແກ່ຕະຫລາດໂລກ ຫລັງຈາກໄດ້ດຳເນີນການແບບງຽບໆໄດ້ມາ 2ປີ.
ຜູ້ບໍລິຫານບໍລິສັດ’’ເອົາສະເປນບໍລິເວນ’’ Ouspan bolovens LTD ເຊິ່ງເປັນບໍລິສັດລູກຂອງກຸ່ມ ‘’ ໂອລາມ ’’ Olam group ໄດ້ປະກາດເລື່ອງນີ້ໃນນະຄອນຫລວງວຽງຈັນ ເມື່ອບໍ່ດົນມາຫລັງຈາກໄດ້ເຊັນສັນຍາກັບລັດຖະບານລາວ
|
|
| ການຄ້າຫລວງພະບາງ ກຽມພ້ອມຮັບມືກັບການຫັນເປັນອຸດສາຫະກຳທັນສະໄໝ |
ທ່ານຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຫລວງພະບາງ ໄດ້ເປີດເຜີຍວ່າ: ເພື່ອກຽມພ້ອມຮັບມືກັບການຫັນເປັນອຸດສາຫະກຳທັນສະໄໝ ແລະ ການຄ້າເສລີອາຊຽນ ໃນຊຸມປິຕໍ່ໜ້າ ປະຈຸບັນ ພະແນກພວມຮີບຮ້ອນຈັດສັນພະນັກງານ ຂອງຕົນໄປຍົກລະດັບວິຊາສະເພາະຂັ້ນຕ່າງໆເທົ່າທີ່ມີເງືອນໄຂ
|
|
| ຈັດກອງປະຊຸມຜ່ານຮ່າງເບື້ອງຕົ້ນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII |
ໃນວັນທີ 10 ກຸມພາ 2010 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມ ຜ່ານຮ່າງເບື້ອງຕົ້ນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ເພື່ອປຶກສາຫາລືກ່ຽວກັບຄວາມຄືບໜ້າໃນການຂຽນບົດສຶກສາຄວາມເປັນໄປໄດ້ຂອງໂຄງການ (MEGA Project)
|
|